ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-28 15:46:11    
ຈີນ​ຈະ​ເພີ່ມ​ທະ​ວີ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ

cri Author: sayvanny
ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ກອງ​ປະຊຸມ​ຄັ້ງ​ປະ​ຖົມ​ມະ​ເລີກ​ຂອງ​ປະ​ເທດ​ເຊັນ​ສົນ​ທິ​ສັນ​ຍາ​ການ​ອະນຸລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດຖຸ​ທີ່​ຈັດ​ຂຶ້ນ​ຢູ່​ປາຣີ​ໃນ​ວັນ​ທີ 27 ມິ​ຖຸ​ນາ, ທ່ານ​ເສີນ​ຈິ້ນ​ອີ້ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ລັດ​ຖະ​ບານ​ຈີນ​ເວົ້າ​ວ່າ,ຈີນ​ຈະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ຕາມ​ພັນທະ​ທຸກ​ລາຍ​ທີ່​ກຳ​ນົດ​ຢູ່​ໃນ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ, ​ເປີດ​ກວ້າງ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ໂລກ,​ເພີ່ມ​ທະວີ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ,ພ້ອມ​ກັນ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ຄວາມ​ກ້າວ​ຫນ້າ​ຂອງ​ໂລກ.

​ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ, ທ່ານ​ເສີນ​ຈິ້ນ​ອີ້​ເວົ້າ​ວ່າ, ຕັ້ງ​ແຕ່​ຈີນ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ດັ່ງກ່າວ​ໃນ​ເດືອນ​ສິງຫາ​ປີ 2004 ມາ​ນີ້,​ໄດ້​ຕັ້ງ​ຫນ້າ​ປະ​ຕິ​ບັດ​ພັນ​ທະ​ທີ່​ກຳນົດ​ຢູ່​ໃນ​ສົນ​ທິ​ສັນ​ຍາ,​ໄດ້​ເພີ່ມ​ຄວາມ​ແຮງ​ໃນ​ການ​ອະ​ນຸ​ລັກ.ລັດ​ຖະ​ບານ​ໄດ້​ສົ່ງ​ເສີມ​ຄວາມ​ຫລາກ​ຫລາຍ​ຂອງ​ວັດ​ທະ​ນະ​ທຳ​ຢ່າງ​ມີ​ສະ​ຕິ, ສົ່ງ​ເສີມ​ການ​ກໍ່ສ້າງ​ສັງ​ຄົມ​ທີ່​ກົມ ກຽວ​ກັນ.