|
 |
(GMT+08:00)
2006-07-31 17:40:12
|
 |
ຢູ່ເມືອງສີ່ອ່ານໄດ້ຄົ້ນພົບສຸສານຍ່າເຈົ້າຊີວິດຊິນສືຮວງເຕ້
cri
Author: da
ຕາມຂ່າວໜັງສືພິມເຢັນມິນຢື້ປ້າວ:ຫວ່າງມໍ່ໆນີ້ ສຸສານໃຫຍ່ແຫ່ງໜຶ່ງຢູ່ເມືອງສີ່ອ່ານແຂວງສານຊີ່ຂອງຈີນຖືກຢືນຢັນວ່າ,ເປັນສຸສານຂອງຍ່າເຈົ້າຊີວິດຊິນສືຮວງເຕ້,ນີ້ແມ່ນການສະຫຼຸບຂອງຜູ້ຊ່ຽວຊານບູຮານຄະດີຫຼັງຈາກສຳຫຼວດຢ່າງລະອຽດເປັນເວລາໜຶ່ງປີແລ້ວ.
ສຸສານແຫ່ງນີ້ກວມເນື້ອທີ່ 17 ເຮັກຕາ,ມີຂຸມຝັງສົບໃຫຍ່ທີ່ມີເສັ້ນທາງ 4 ສາຍ, ຂຸມຝັງສົບສຳຮອງ 10 ກວ່າຂຸມແລະຮ່ອງຮອຍເຮືອນຢູ່,ນີ້ແມ່ນ"ເຂດສຸສານໃຫຍ່ທີສອງຂອງຈີນ"ທີ່ຂຸດຄົ້ນຂຶ້ນມາຈົນຮອດປັດຈຸບັນ,ທັງແມ່ນເຂດສຸສານທີ່ໃຫຍ່ກວ່າໝູ່ທີ່ມີເສັ້ນທາງ 4 ສາຍ. ການຄົ້ນພົບສຸສານແຫ່ງນີ້ແມ່ນມີຄຸນຄ່າດ້ານວິຊາການຫຼາຍຕໍ່ການຄົ້ນຄວ້າລະບົບສຸສານສະໄໝບູຮານ ກ່ຽວກັບລະບຽບການຂອງການສ້າງສຸສານຊິງສືຮວງເຕ້.
ຊິງສືຮວງເຕ້ແມ່ນເຈົ້າຊີວິດອົງທຳອິດໃນປະຫວັດສາດຈີນ.ກ່ອນຄ.ສ.ປີ221,ເພິ່ນໄດ້ສ້າງປະເທດທຳອິດທີ່ໂຮມສູນອຳນາດຢູ່ສູນກາງເປັນເອກະພາບແລະມີຫຼາຍຊົນເຜົ່າ.ສຸສານຊິງສືຮວງເຕ້ເລີ່ມຂຸດຄົ້ນເມື່ອປີ 1974,ຂຸມຫຸ່ນທະຫານແລະມ້າທີ່ມີຊື່ສຽງໃນສຸສານຊິງສືຮວງເຕ້ຖືກຍ້ອງຍໍວ່າເປັນການຄົ້ນພົບທີ່ຍິ່ງໃຫຍ່ຢ່າງໜຶ່ງໃນປະຫວັດຂອງບູຮານຄະດີໃນສະຕະວັດທີ 20.
|
|
|