ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-24 17:47:53    
ອົງ​ການ​ຢູ​ເນັສ​ໂກ​ໃຫ້"​ລາງ​ວັນ​ສຶກ​ສາ​ຂົງ​ຈື້"ຢູ່​ຈີນ​ເປັນ​ຄັ້ງ​ທຳ​ອິດ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ຕອນ​ຄ່ຳ​ວັນ​ທີ23ກັນຍາ ຢູ່​ເມືອງ​ສູ​ຝູ​ແຂວງ​ຊ່ານ​ຕົ່ງ ​ເຊິ່ງ​ເປັນ​ບ້ານ​ເກີດຂອງ​ຂົງຈື້ ​ເຈົ້າໜ້າ​ທີ່​ອົງການ​ຢູ​ເນັສ​ໂກ​ແລະ​ລັດຖະບານ​ຈີນ​ໄດ້​ພ້ອມ​ກັນ​ມອບ"ລາງວັນ​ສຶກສາ​ຂົງຈື້"​ໃຫ້​ເຈົ້າໜ້າ​ທີ່ພາກສ່ວນສຶກສາ​ຂອງ​ອິນ​ເດຍ​ແລະ​ມາ​ລົກ​ທີ່​ໄດ້ຜົນ​​ເດັ່ນ​ຊັດ​ໃນ​ການ​ເຜີຍ​ແຜ່​ການ​ສຶກສາ​​ປະຊາຊົນ​​ໃນທົ່ວ​ປ​ະ​ເທດ.

​​ເທື່ອນີ້​​ເປັນ​ເທື່ອ​ທຳ​ອິດ​ທີ່​ອົງການ​ຢູ​ເນັສ​ໂກ​ມອບ"​ລາງວັນສຶກສາຂົງ​ຈື້"​​ຫຼັງ​ຈາກ​ໄດ້ຕັ້ງລາງວັນດັ່ງກ່າວຢູ່​ປາລີ​ໃນ​ປີ2005ມາ​ນີ້.

ທ່ານ​ຖາງ​ຊຽນ ຜູ້ຕາງໜ້າ​ອົງການ​ຢູ​ເນັສ​ໂກ​ເວົ້າວ່າ,ຈີນ​ອອກທຶນ​ໄດ້ຕັ້ງລາງວັນ​ສຶກສາ​ຂົງຈື້ ນັກ​ສຶກສາສາດ​ແລະ​ນັກແນວ​ຄຶດ​ຜູ້​ມີ​ຊື່​ສຽງ​ໃນ​ໂລກ,ຈະ​ຊ່ອຍ​ຄົນ​ທັງຫຼາຍ​ເພີ່ມ​ຄວາມ​ຮູ້​ຫຼາຍກວ່າ​ເກົ່າຕໍ່​ຄວາມ​ສຳຄັນ​ຂອງ​ການ​ສຶກສາ​ທົ່ວ​ປວງ​ຊົນ,​ໄດ້​ປະຕິບັດ​ຕາມ​ຄຳ​ໝັ້ນສັນຍາ​ຂອງ​ຈີນ​ກ່ຽວກັບ​ຂະ​ບວນການລົບ​ລ້າງ​ຄວາມ​ກືກ​ໜັງສື​ໃນ​ທົ່ວ​ໂລກ,ກໍ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຫຼັກໝັ້ນຂອງ​ຈີນ​ທີ່​ສະໜັບສະໜູນ​ການ​ຮ່ຳຮຽນ​ຕະຫຼອດ​ຊີວິດ.

ທ່ານ​ຂົງຈື້​ແມ່ນ​ນັກແນວ​ຄຶດ ນັກ​ສຶກສາ​ແລະ​ນັກ​ການ​ເມືອງ​ຜູ້​ຍິ່ງ​ໃຫຍ່​ຂອງຈີນໃນ​ສະ​ໄໝ​ບູຮານ,​ແມ່ນ​ 1 ໃນ 10 ບຸກຄົນ​ວັດທະນະທຳ​ຜູ້​ມີ​ຊື່​ສຽງ​ໃນ​ໂລກ.