ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-05 19:21:19    
ການ​ຄົ້ນ​ຄວ້າ​ວັກ​ແຊງພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຂອງ​ຈີນມີ​ການ​ບຸກທະ​ລຸ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:​ໂດຍມີ​ກະຊວງ​ກະສິກຳ​ແລະ​ກະຊວງ​ວິທະຍາສາດ​ເຕັກນິກ​ຈີນ​ເປັນ​ຜູ້​​ຈັດ,ຫ້ອງ​ທົດ​ລອງ​ຂອງ​ກະຊວງ​ກະສິກຳ​ຈີນ​ໄດ້​ຄົ້ນຄວ້າ​ຜະລິດ​ວັກ​ແຊງ​​ແບບ​ໃໝ່​ທີ່​ມີ​ລະດັບ​ກ້າວໜ້າ​ຂອງ​ໂລກ​ຊະນິດ​ໜຶ່ງໂດຍ​ແນ​ໃສ່​ເຊື້ອ​ພະຍາດ​ໄຂ້ຫວັດ​ສັດ​ປີກ H5NI .

ຫວ່າງ​ມໍ່ໆ​ນີ້,ວັກ​ແຊງ​ຊະນິດ​ນີ້​ໄດ້ຮັບ​ອະນຸຍາດຈາກ​ຄະນະ​ກຳມະການ​ກວດກາຢາ​ສັດ​ກະຊວງ​ກະສິກຳ,​​ແລະໄດ້​ຮັບ​ໃບ​ຢັ້ງຢືນຢາ​ສັດ​ຊະນິດ​ໃໝ່ຂອງ​ກະຊວງ​ກະສິກຳ​ຈີນ.​ເມື່ອ​ທຽບ​ກັບ​ວັກ​ແຊງ​ເກົ່າ​ແລ້ວ,ວັກ​ແຊງ​ໃໝ່​ນີ້​ມີ​ໄລຍະ​ຍາວກວ່າເກົ່າທີ່ປ້ອງ​ກັນບໍ່​ໃຫ້​ໄກ່ຕິດ​ເຊື້ອພະຍາດຢ່າງ​ບັງ​​ເກີດ​ຜົນ​,ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ເປັດ ຫ່ານ​​ແລະ​ສັດ​ນ້ຳອື່ນໆ​ຕິດ​ເຊື້ອ​ພະຍາດ​ຢ່າງ​ບັງ​ເກີດ​ຜົນ.​ໂດຍ​ຢູ່​ໃຕ້​ເງື່ອນ​ໄຂ​ທົດ​ລອງ,​ໄລຍະ​ປ້ອງ​ກັນ​ບໍ່​ໃຫ້​​ໄກ່ຕິດ​ເຊື້ອ​ພະຍາດ​ຢ່າງ​ບັງ​​ເກີດ​ຜົນນັ້ນ​ໄດ້​ຍາວເຖິງ 10 ​ເດືອນ​ຂຶ້ນ​ໄປ,​ ຢ່າງ​ໜ້ອຍ​ໄດ້ແກ່​ຍາວເວລາ​ຍາວ​ 4 ​ເດືອນ​ເປັນ​ຢ່າງ​ໜ້ອຍ​ເມື່ອ​ໄດ້​ທຽບ​ກັບວັກ​ແຊງ​ເກົ່າ.