ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-07 11:31:55    
ບໍລິສັດ​ອຸດສາ​ຫະກຳ​ອາ​ລຸຍ​ນີຍົມ​ຈີນສະ​ໜອງ​ເຕັກ​ນິກ​ແລະ​ອຸປະ​ກອນ​ໃຫ້​ອິນ​ເດຍ

cri Author: da
ຕາມ​ໜັງສືພິມ​ເຢັນ​ມິນ​ຢື້​ປ້າວ​ສະບັບ​ວັນ​ທີ 7 ກຸ​ມພາ:​ໂຮງງານ​ແຍກ​ທາດ​ອາ​ລຸຍ​​ນີຍົມດ້ວຍ​ໄຟຟ້າຂະ​ໜາດ 2 ​ແສນ 5 ໝື່ນ​ໂຕນ​ຂອງ​ອິນ​ເດຍ​ທີ່​ສ້າງ​ໃໝ່​,​ໄດ້​​ໝູນ​ເດີນ​ປົກ​ກະຕິ 1 ​ເດືອນ​​​ແຕ່​ວັນ​ທີ 7 ມັງກອນ​ປີ​ນີ້​​​ເປັນ​ຕົ້ນ​ມາ.ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,​ບໍລິ​ສັດ​ອຸດ​ສາ​ຫະກຳ​ອາ​ລຸຍ​​ນີຍົມ​ຈີນ​ສົ່ງ​ອອກ​ເຕັກ​ນິກ​ຊ່ອຍ​ອິນ​ເດຍ​ສ້າງ​​ໂຄງ​ການ​ຄັ້ງ​ທຳ​ອິດ​ນັ້ນ​ໄດ້​ຮັບ​ຜົນ​ສຳ​ເລັດ.​ຈີນ​ກາຍ​ເປັນ​ປະ​ເທດ​ທີ​ສາມທີ່​ມີ​ເຕັກ​ນິກ​​ແຍກ​ທາດ​ອາ​ລຸຍ​ນິຍົມ​ດ້ວຍ​ໄຟຟ້າ​ຂະ​ໜາດ​ໃຫຍ່​​ເຊິ່ງ​ຖັດ​ຈາກ​ອາ​ເມ​ລິ​ກາ​ແລະ​ຝຣັ່ງ.

ຕາມ​ແນະນຳ​ວ່າ,ຜ່ານ​ການຄົ້ນຄວ້າ​ວິທະຍາສາດ​ແລະ​ການ​ປະດິດ​ສ້າງ​ເຕັກ​ນິກ 50 ກວ່າ​ປີ,​ບໍລິ​ສັດ​ອຸດ​ສາ​ຫະກຳ​ອາ​ລຸຍ​​ນີຍົມ​ຈີນ​​ໄດ້​ມີ​ເຕັກ​ນິກ​ສະ​ເພາະ​ຫຼາຍ​ລາຍ​ທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ໂດຍ​ເປັນ​ເຈົ້າ​ຕົນ​ເອງ,​ແລະມີ​ເຕັກ​ນິກ​ແລະ​ອຸ​ປະ​ກອນ​ຄົບ​ຊຸດ​ທີ່​ມີ​ລະ​ດັບ​ກ້າວ​ໜ້າ​ສາ​ກົນ. ​ປະຈຸ​ບັນ,​ບໍລິ​ສັດ​ອຸດ​ສາຫະ​ກຳ​ອາ​ລຸຍ​ນີຍົມ​ຈີນ​ກຳ​ລັງ​ເຈລະ​ຈາ​ການ​ຮ່ວມ​ມືທາງ​ເຕັກ​ນິກ​ກັບ​ບໍລິ​ສັດ​ຂອງ​ປະ​ເທດ​ອີຣານ ຫວຽດ​ນາມ​​ແລະ​ລັດ​ເຊຍ​ເປັນ​ຕົ້ນ.