ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-08 17:52:32    
ກອງ​ສຳ​​ຫຼວດ​ວິທະຍາ​ສາດ​ຂອງ​ຈີນ​ໄດ້​ວັດ​ແທກ​​ເອົາ​ອຸນ​ຫະ​ພູມ​ຕ່ຳ​ສຸດສະ​ເລ່ຍຕໍ່​ປີ​ຂອງ​ຊັ້ນ​ນ້ຳ​ກ້າມ​ໜາຢູ່​ເຂດ​ໃນ​ຂົ້ວ​ໂລກ​ໃຕ້

cri Author: da
ຕາມ​ຂ່າ​ວສານ​ຊິນ​ຮວາ:​ນັກ​ຂ່າວ​ໄດ້​ຊາບ​ຈາກ​ກົມ​ມະຫາ​ສະໝຸດ​ແຫ່ງ​ຊາດຈີນ​ວ່າ,​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ກອງ​ສຳ​​ຫຼວດ​ວິທະຍາ​ສາດ​​ຫຼືບ​ນ້ຳກ້າມ​ໜາຢູ່​ເຂດ​ໃນຂົ້ວ​ໂລກ​ໃຕ້​ຂອງ​ຈີນ ໄດ້​ວັດ​ແທກ​​ເອົາ​ອຸນ​ຫະພູມ​ຕ່ຳ​ສຸດສະ​ເລ່ຍຕໍ່​ປີ​ຂອງຊັ້ນ​ນ້ຳກ້​າມ​ໜາ​ຢູ່ເຂດ​ໃນ​ຂົ້ວ​ໂລກ​ໃຕ້​ແຕ່​ມີ​ການ​ບັນທຶກ​ອຸນຫະ​ພູມ​ມາ​ນີ້.

ຕາມ​ແນະນຳ​ວ່າ,​ກອງສຳ​ຫຼວດ​ວິທະຍາ​ສາດ​ກອງ​ນີ້​ແມ່ນ​ໄປສຳ​ຫຼວດຢູ່​ເຂດ​ໃນຂົ້ວ​ໂລກ​ໃຕ້​​ໃນ​ສອງ​ເດືອນ​ປາຍ​ທີ່​ຜ່ານ​ມາ.​ໃນ​ການ​ສຳ​ຫຼວດ​ເທື່ອ​ນີ້,ພວກ​ເຂົາ​ເຈົ້າ​ໄດ້​ວັດ​ແທກ​ບ່ອນ​ຄັກ​ແນ່​ຂອງ​ຈຸດ​ສູງ​ສຸດ​ຊັ້ນນ້ຳ​ກ້າມ​ໜາ​ຢູ່ເຂດ​ໃນ​ຂົ້ວ​ໂລກ​ໃຕ້​ຢ່າງ​ສຳ​ເລັດ​ຜົນ,ຄື​ອຸນຫະ​ພູມ​ສະ​ເລ່ຍຕໍ່​ປີ​​ໃນ​ເຂດ​ນີ້​ບັນລຸ​ລົບ 58.4 ອົງ​ສາ​ເຊ,​ແມ່ນ​ອຸນຫະ​ພູມ​ຕ່ຳ​ສຸດສະ​ເລ່ຍຕໍ່​ປີ​ທີ່​ມະນຸດ​ວັດ​ແທກ​ໄດ້​ຢູ່ຊັ້ນ​ນ້ຳ​ກ້າມ​ໜາ​​ຂົ້ວ​ໂລກ​ໃຕ້​ນັບ​ມາ​ຮອດຊູ່​ມື້​ນີ້.