ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-10 18:07:44    
ຕົວແບບດາວ​ທຽມສຳ​ຫລວດຢັ່ງ​ແທກໝູນ​ອ້ອມ​ພະຈັນໜ່ວຍ​ທຳ​ອິດ​ທີ່​ຫາ​ກໍ່​ສ້າງສຳ​ເລັດ​ຂອງ​ຈີນ​ໄດ້​ເຂົ້າສູ່​ໄລຍະທົດ​ລອງ​ວັດ​ແທກ

cri Author: mo
ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້, ນັກ​ຂ່າວ​ໄດ້​ຊາບ​ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ວ່າ, ດາວ​ທຽມ​ແບບຢ່າງ​ສ​ອງໜ່ວຍທີ່​ໃຫ້​ຊື່ວ່າ "ສາງ​ເອີ​ເລກ 1"​​ ຊື່​ງ​ແມ່ນ​ດາວ​ທຽມສຳ​ຫລວດຢັ່ງ​ແທກ​ໝູນ​ອ້ອມ​ພະຈັນ​​ໜ່ວຍ​ທຳ​ອິດຂອງ​ຈີນ​ໄດ້​ເຂົ້າສູ່​ໄລຍະ​ທົດ​ລອງ​ຢັ່ງແທກ. ກິດຈະການ​ສຳ​ຫລວດ​ຢັ່ງ​ແທກ​ໝູນ​ອ້ອມ​ພະຈັນ​ຂອງ​ຈີນ​ໄດ້​ເຂົ້າສູ່​ປີ​ທີ່ສຳຄັນທີ່​ສຸດ.

ທ່ານ​ລວນ​ເອີນ​ເຈ ຫົວໜ້າ​ກົມ​ການບິນ​ອະວະກາດ​ແຫ່ງ​ຊາດ ຜູ້​ບັນຊາ​ການ​ສູງ​ສຸດຂອງ​ກິດຈະການສຳ​ຫລວດ​ຢັ່ງ​ແທກ​ໝູນ​ອ້ອມ​ພະຈັນສະ​ເໜີ​ວ່າ, ປະຈຸ​ບັນ, ​ໃນ​ດ້ານ​ເຕັກນິກ​ທີ່​ເປັນ​ຂໍ​ກະ​ແຈ​ຕ່າງໆ​ຂອງ​ດາມ​ທຽມ​ໝູນ​ອ້ອມ​ພະຈັນຄື​ການ​ສົ່ງ​ສັນຍານ​ທາງ​ໄກ ການ​ຄວບ​ຄຸມ​ອຸມຫະພູມ, ​ແລະ​​ການ​ເຮັດໃຫ້​ດາວ​ທຽມ​ກັບ​ລູກ​ສອນ​ໄຟ​ເຂົ້າ​ເປັນ​ຊຸດ​ດຽວ​ເປັນຕົ້ນ​ໄດ້​ມີການ​ຄືບ​ໜ້າແລ້ວ, ປີ​ນີ້​ຈະດຳ​ເນີນການ​ທົດ​ລອງ​​ຫລາຍຢ່າງ. ກ່ອນ​ເດືອນ​ຕຸລາ​ປີ 2006, ຈະ​ເຮັດສຳ​ເລັດ​ວຽກ​ງານ​ຄົ້ນຄວ້າ​ຜະລິດ​ທັງ​ໝົດ, ​ແລະ​ຈະ​ຍິງ​ສົ່ງ​ກ່ອນ​ປີ 2007.