ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-10 19:16:38    
ຢູ່​ເຂດ​ຊາຍ​ແດນ​ຈີນ​ມຽນມາ​ໄດ້​ສ້າງຕັ້ງສະຖານີ​ວັດ​ແທກແຜ່ນດິນ​ໄຫວ​ດີ​ຈີ​ຕອນ​ລະດັບ​ຊາດ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ​ໃນ​ວັນ​ທີ 9 ກຸມພາ​:ຫວ່າງ​ມໍ່ໆ​ນີ້,ຢູ່​​ເມືອງ​ລຽນ​ເຜົ່າ​ລື້ເຜົ່າລ່າ​ຮູ້​ເຜົ່າ​ຫວາ​ປົກ​ຕອງ​ຕົນ​ເອງ​ແຂວງ​ຢູນນານ​ທີ່ຢູ່​ເຂດ​ຊາຍ​ແດນ​ຈີນ​ມຽນມາ​ໄດ້​ສ້າງ​ຕັ້ງສະຖານີ​ວັດແທກ​​ແຜ່ນດິນ​ໄຫວດີ​ຈີ​ຕອນ​ລະດັບ​ຊາດ.ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຄົ້ນ​ຄວ້າ​ຕິດ​ຕາມ​ວັດແທກ​ແຜ່ນ​ດິນ​ໄຫວ​ຂອງ​ຈີນ​ໄດ້​ເປີດ​ກວ້າງ​ອອກ​ໄປຮອດ​ພາກ​ພື້ນ​ອາຊີ​ອາຄະ​ເນທີ່ຢູ່​ອ້ອມ​ຂ້າງ​ແລ້ວ.

ຕາມ​ໄດ້​ຊາບ,​ເມືອງ​ລຽນ​ຕັ້ງຢູ່​ຕອນ​ກາງຂອງ​ເຂດ​ແຜ່​ຂະຫຍາຍ​ໄປ​ທາງ​ທິດຕາ​ເວັນ​ຕົກ​ຂອງ​ແຖບ​ແຜ່ນ​ດິນ​ໄຫວ​ເກີ​ງມາ-ລ້ານ​ຊ້າງ,ທັງ​ມໍ່​ກັບ​​ແຖບ​ແຜ່ນດິນ​ໄຫວຂອງ​ມຽນມາ,​ເກີດ​ແຜ່ນດິນ​ໄຫວ​ເລື້ອຍໆ,ທັງ​ໄຫວ​ແຮງ.​ໃນ​ວັນ​ທີ 12 ກໍລະກົດ​ປີ 1995 ສະຕະວັດ​ທີ່​ແລ້ວ,ຢູ່​​ເຂດມໍ່​ຊາຍ​ແດນ​ຈີນ​ມຽນມາ​ໃນ​ເມືອງ​ນີ້​ໄດ້​ເກີດ​ແຜ່ນດິນ​ໄຫວ​ແຮງ​​ເຖິງ​ຂັ້ນ 7.3 ລິກ​ເທີ,ມີຜູ້​ເສຍ​ຊີ​ວິດ 11 ຄົນ, 136 ຄົນ​ບາດ​ເຈັບ,ຫຼາຍ​ພັນ​ຄົນ​ບໍ່​ມີ​ບ່ອນຢູ່​ບ່ອນອາ​ໄສ​.