ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-23 16:57:20    
ຄວາມ​ສາມາດ​ແກ່ງ​ແຍ່ງ​ຂອງ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ຈີນ​ໄດ້​​ເຂັ້ມ​ແຂງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 23 ກຸມພາ ຢູ່​ທີ່​ປັກ​ກິ່ງ, ທ່ານ​ຈຽງ​ເສ​ຈູ້ ​ໂຄສົກ​ຖະ​ແຫຼງ​ຂ່າວ​ສະ​ພາ​ບັນ​ດິດ​ວິທະຍາສາດ​ຈີນ​ກ່າວ​ວ່າ, ​ໃນ 6 ປີ​ມາ​ນີ້, ຄວາມ​ສາມາດ​ແກ່ງ​ແຍ່ງ​ຂອງ​ສະ​ພາ​ບັນ​ດິດ​ວິ​ທະຍາສາດ​ຈີນ​ໄດ້​ເຂັ້ມ​ແຂງ​ຂຶ້ນຢ່າງ​ເດັ່ນ​ຊັດ, ປະຈຸ​ບັນ ຜະລິດ​ຕະພັນ​ຂອງ​ສະ​ພາ​ບັນ​ດິດ​ວິ​ທະຍາສາດ​ຈີນ​ໄດ້​ເທົ່າ​ທຽມ​ກັບ​ສະ​ຖາ​ບັນ​ຄົ້ນຄວ້າສັງ​ລວມຂະ​ໜາດ​ໃຫຍ່​ຂອງ​ປະ​ເທດ​ພັດ​ທະ​ນາ​ຄື ​ເຢຍລະ​ມັນ​ແລະ​ຝຣັ່ງ​ເປັນ​ຕົ້ນ.

ທ່ານ​ຈຽງ​ເສ​ຈູ້​ສະ​ເໜີ​ວ່າ, ​ໃນ 6 ປີ​ມາ​ນີ້, ສະພາ​ບັນດິດ​ວິທະຍາສາດ​ຈີນ​ໄດ້​ປັບ​ປຸງ​ທິດ​ຄົ້ນ​ຄວ້າ, ​ໄດ້​​ໃຊ້​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຜູ່​ດີ​ເລີດ​ຈຳນວນຫຼວງ​ຫຼາຍ​ຂອງ​ຕ່າງ​ປະ​ເທດ, ​ເຮັດ​ໃຫ້​ຄວາມ​ສາມາດ​ປະດິດ​ສ້າງ​ຂອງ​ສະພາ​ບັນດິດ​ວິທະ​ຍາ​ສາດ​ຈີນ​​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ. ​ເມື່ອ​ທຽບ​ກັບ​ປີ 1998 ​ແລ້ວ, ສິດທິ​ບັດ​ປະດິດ​ສ້າງ​ຂອງ​ພະ​ນັກ​ງານ​ຄົ້ນ​ຄວ້າ​ຂອງ​ສະ​ພາ​ບັນ​ດິດ​ວິທະຍາສາດ​ຈີນ​ໃນ​ປີ 2003 ​ໄດ້​ເພີ່ມ​ຂຶ້ນ 7 ​ເທົ່າ, ​ວິທະ​ຍາ​ນິ​ພົນ​ທີ່​ໄດ້​ປະ​ກາດ​ໃນ​ສາ​ກົນ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 1 ​ເທົ່າ​.