ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-30 20:47:14    
ຈີນ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ວິຊາ​ການ​ກັບ​ນັກ​ວິ​ທະ​ຍາ​ສາດ​ລະດັບ​ໂລກ

cri Author: MO
ຕາ​ມຂ່າວCRI:ວັນ​ທີ 30 ມີນາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​​ເນ​ເຮີ ນັກ​ຊີວະ​ຊາດ​ທີ່​ມີ​ຊື່​ສຽງ​ຂອງ​ໂລກ ຜູ້​ໄດ້​ຮັບ​ລາງວັນ​ໂນ​ແບນ​ໄດ້​ກ່າວ​ບົດລາຍ​ງານ​ວິຊາ​ການຢ່າງ​ໜ້າ​ຟັງຕໍ່​ພະນັກງານ​ຄົ້ນຄວ້າ​ວິທະຍາສາດ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ຈີນ. ນີ້​ແມ່ນ​ມາດ​ຕະການອີກ​ອັນ​ໜຶ່ງທີ່​ສະພາ​ບັນດິດວິທະຍາສາດ​ຈີນ​ເພີ່ມ​ທະວີ​ການ​​ແລກປ່ຽນ​ກັບ​ນັກວິທະຍາສາດລະດັບໂລກ.

ໃນ​ຫລາຍ​ປີ​ມາ​ນີ້, ​​ປີ​ໃດ ສະພາ​ບັນດິດ​ວິທະຍາສາດ​ຈີນ​ກໍ​ໄດ້​ເຊື້ອ​ເຊີນ​ນັກວິທະຍາສາດ​ລະດັບໂລກ 20-30 ທ່ານ​ມາ​ຈີນ, ດຳ​​ເນີນ​ການ​ຢ້ຽມຢາມ​ທາງ​ວິຊາ​ການ​ປະມານ​ໜຶ່ງ​ອາທິດ. ​ໃນ​ໄລຍະ​ຢ້ຽມຢາມ, ນັກວິທະຍາສາດ​ທີ່​ມາ​ຢ້ຽມຢາມ​ຍັງ​ຈະ​ໄປ​ຢ້ຽມຢາມ​ອົງການ​ຄົ້ນຄວ້າ​ທີ່​ກ່ຽວຂ້ອງ, ​ໃຫ້​ຄຳປຶກສາດ້ານທິດ​ຂະຫຍາຍ​ຕໍ່​ອົງການ​ດັ່ງ​ກ່າວ, ​ແລະ​ຊີ້​ນຳ​ວຽກ​ງານ​ຄົ້ນຄວ້າ​ຂອງ​ພະນັກງານ​ຄົ້ນຄວ້າ​ວິທະຍາສາດ, ຊອກ​ຄົ້ນ​​ໂຄງການ​ຮ່ວມ​ມື​ຄົ້ນຄວ້າ​ວິທະຍາ​ສາດ​ແລະແຜນການອົບ​ຮົບ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ.