ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-31 20:35:38    
ພະນັກງານ​ກອງສຳ​ຫລວດ​ວິ​ທະ​ຍາ​ສາດ​ຈີນ​​ເດີນ​ທາງ​ໄປ​ສຳ​ຫລວດ​ວິ​ທະ​ຍາ​ສາດ​ຕໍ່​ຈອມ​ພູ​ຈູ​ມູ້​ລັງ​ມາ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 31 ມີນາ, ພະນັກງານກອງ​ສຳ​ຫລວດ​ວິທະຍາສາດ​ຈີນ​ເດີນທາງ​​ຈາກ​ເມືອງ​ລາຊາ ​ເມືອງ​ເອກ​ເຂດ​ຕິ​ເບ​ດປົກຄອງ​ຕົນ​ເອງ​ຂອງ​ຈີນ, ​ໄປ​ຈອມພູ​ຈູ​ມູ້​ລັງ​ມາ ຈອມພູ​ສູງ​ກວ່າ​ໝູ່​ໃນ​ໂລກ, ດຳ​ເນີນ​ການ​ເຄື່ອນ​ໄຫວ​ສຳ​ຫລວດ​ວິທະຍາສາດ​ສັງ​ລວມຕໍ່ຈອມ​ພູ​ຈູ​ມູ້​ລັງ​ມາ​ແລະ​ເຂດ​ອ້ອມ​ແອ້ມ.

ທ່ານ​ຄາງ​ສື້ຊາງ ຫົວໜ້າ​ກອງ​ສຳ​ຫລວດ​ວິທະຍາສາດ​ແນະນຳ​ວ່າ, ນີ້​ແມ່ນ​ຈີນ​ດຳ​ເນີນ​ການ​ສຳ​ຫລວດ​ວິທະຍາສາດ​ສັງ​ລວມ​​ໃນ​ເຂດ​ຈອມພູ​ຈູ​ມູ້​ລັງ​ມາ​ເປັນຄັ້ງທຳ​ອິດ​ໃນ​ສະຕະວັດ​ທີ 21. ພະນັກງານ​ສຳ​ຫລວດວິທະຍາສາດ​ຜ່ານ​ການ​ສັງ​ເກດວັດ​ແທກ​ດ້ານ​ຕ່າງໆ​​ເຊັ່ນ: ຟີຊິກ​ຊັ້ນອາກາດ​, ​ເຄມີ​ຊັ້ນອາກາດ, ການ​ປ່ຽນ​​ແປງ​ຂອງລານນ້ຳກ້າມ, ຄວາມ​ຫລາກ​ຫລາຍ​ຊີວະ​ຊາດ​ແລະ​ການ​ປ່ຽນ​ແປງ​ຂອງ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ, ທໍລະນີ​ກັບ​ຟີຊິກ​ໜ່ວຍ​ໂລກ​ເປັນຕົ້ນມາສັງ​ເກດຄົ້ນຄວ້າ​ຜົນ​ສະທ້ອນຕໍ່​ເຂດຈອມຈູ​ມູ້​ລັງ​ມາ​ໃຕ້​ສະພາບດິນ​ຟ້າ​ອາກາດ​​ໃນ​ໂລກ​ອຸ່ນ​ຂຶ້ນ.