ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-20 11:32:35    
ນັກ​ວິທະ​ຍາ​ສາດ​ຈີນ​ເຂົ້າ​ຮ່ວມ​ວຽກ​ງານ​ຄົ້ນ​ຄວ້າ​ປະ​ຫວັດ​ຍົກ​ຍ້າຍ​ເຊື້ອ​ຊາດ​ຂອງ​ມະ​ນຸດ

cri Author: da
ຕາມ​ຂ່າວ​ໜັງ​ສືພິມ​ເຢິນມິນ​ຢື້​ປ້າວ: ​ຫວ່າງ​ມໍ່ໆ​ນີ້ ນັກ​ວິທະຍາ​ສາດ​ຈີນ​ພວມ​ພ້ອມ​ກັນ​ກັບ​ນັກວິ​ທະຍາ​ສາດ​ຂອງ​ລັດ​ເຊຍ ຝຣັ່ງ​ແລະ​ອັງກິດ​ເປັນ​ຕົ້ນ ​ເຂົ້າ​ຮ່ວມ​ວຽກ​ງານ​ຄົ້ນ​ຄວ້າ​​ທີ່​ຊື່ວ່າ​ແຜນ​ການ​ຊອກ​ຄົ້ນປະ​ຫວັດ​ຍົກ​ຍ້າຍ​ເຊື້ອ​ຊາດ​ຂອງ​ມະນຸດ,​ຜ່ານ​ການ​ເກັບ​ໂຮມ​ແລະ​ວິ​ໄຈ​ຕົວ​ຢ່າງ​DNA​ຂອງ​ມະນຸດ​ ຮູ້​ແຈ້ງ​ວ່າ,​ບັນພະ​ບຸລຸດ​ຂອງ​ຊົນ​ເຜົ່າ​ແຫ່ງ​ຕ່າງໆ​ໃນ​ໂລກ​ແມ່ນ​ຍົກ​ຍ້າຍ​ມາ​ຈາກ​ໃສ.​

ຕາມ​ໜັງ​ສືພິມ​ເຢິນ​ມິນ​ຢື້​ປ້າວ​ສະບັບ​ວັນ​ທີ 20 ​ເມສາ,​ພວກ​ນັກ​ວິທະ​ຍາ​ສາດ​ວາງ​ແຜນ​ຈະ​ເກັບ​ໂຮມ​ເອົາ​ຕົວ​ຢ່າງ​DNA​ຂອງ​ໜຶ່ງ​​ແສນ​ຄົນ,​ແລ້ວ​ຊອກ​ຫາ​ເອກະ​ລັກ​ຮ່ວມ​ກັນ​ຂອງ​ຝູງ​ຄົນ​ທີ່​ຕ່າງ​ກັນ,​ແລ້ວ​ແຕ້ມ​ແຜນ​ທີ່​ປະຫວັດ​ຍົກ​ຍ້າຍ​ເຊື້ອ​ຊາດ​ຂອງ​ມະນຸດ.​ສ່ວນ​ຝ່າຍ​ຈີນ​ຈະ​ຮັບ​ຜີດ​ຊອບ​ການ​ເກັບ​ໂຮມ​ເອົາ​ຕົວ​ຢ່າງ​DNA​ໜຶ່ງ​ໝື່ນ​ກວ່າ​ຄົນ​ໃນ​ອາຊີ​ຕາ​ເວັນ​ອອກ​ແລະ​ອາຊີ​ອາຄະ​ເນ.