ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-02 20:13:02    
ກ່ຳ​ປັ່ນ​ສຳ​ຫຼວດ​ວິທະ​ຍາ​ສາດ​ອ້ອມ​ໂລກ​ຂອງ​ຈີນ​ໄດ້​ຈອດ​ຢູ່ເມືອງ​ທ່າ​ເປັນຄັ້ງທຳ​ອິດ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ພາຍຫລັງ​ແລ່ນ​ຢູ່​ເທິງ​ທະ​ເລ​ເກືອບ 30 ວັນ​ແລ້ວ, ກ່ຳ​ປັ່ນ​ສຳຫຼວດວິທະຍາສາດ​ມະຫາ​ສະໜຸດ​ທີ່​ຊຶ່ວ່າ"ຕ້າ​ຢາງອີ່​ຮ້າວ"​ແປ​ວ່າ"ມະຫາ​ສະໝຸດ​ເລກ1" ​​ເຊິ່ງ​​​ປະຕິບັດ​ໜ້າ​ທີ່​ສຳ​ຫລວດ​ວິທະຍາສາດ​ເທິງ​ມະຫາ​ສະໝຸດ​ອ້ອມ​ໂລກ​ເປັນຄັ້ງທຳ​ອິດ​ຂອງ​ຈີນ​ໄດ້​ຈອດ​ຢູ່​ທ່າ​ເມືອງ​ແຫ່ງ​ໜຶ່ງ​ຂອງມີ​ໂກຼ​ເນ​ເຊຍ ປະ​ເທດ​ເກາະດອນ​ມະຫາ​ສະໝຸດ​ປາຊີ​ຟິກ​ເປັນຄັ້ງທຳ​ອິດ​ໃນ​ວັນ​ທີ 30 ​ເມສາ, ​ເພື່ອ​ພັກຜ່ອນ​ເອົາ​ແຮງ​ແລະ​ເພີ່ມ​ເຄື່ອງກິນ.

ຕາມ​ສະ​ເໜີ​ວ່າ, ກ່ຳ​ປັ່ນ​ສຳຫຼວດວິທະຍາສາດ​ມະຫາ​ສະໝຸດ​ອ້ອມ​ໂລກ​ຄັ້ງທຳ​ອິດ​ຂອງ​ຈີນ​ແມ່ນ​ອອກ​ເດີນທາງ​​ຈາກເມືອງ​ຊີງ​ຕາວ ​ເມືອງ​ທ່າ​ພາກ​ຕ​າ​ເວັນ​ອອກ​ຂອງ​ຈີນ​ໃນຕົ້ນ​ເດືອນ​ເມສາ. ກ່ຳ​ປັ່ນ​ດັ່ງກ່າວ​ມີ​ແຜນການ​​ຈະ​ສຳ​ຫລວດ​ມະຫາ​ສະໝຸດ​ປາຊີ​ຟິກ ມະຫາ​ສະໝຸດ​ອັກ​ລັງ​ຕິກ, ​ແລະ​ມະຫາ​ສະໝຸດ​ອິນ​ເດຍ​. ການ​ສຳ​ຫລວດ​ວິທະຍາສາດ​ເທື່ອ​ນີ້​ຈະ​ກິນ​ເວລາ​ເກືອບ 300 ວັນ.