ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-28 18:04:24    
ສື່​ມວນ​ຊົນ​ຮົງ​ກົງ​ສັນ​ລະ​ເສີນ​ຜົນ​ສຳ​ເລັດ​ດ້ານ​ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດ​ຂອງ​ປະ​ເທດ​ຊາດ

cri
ຕາມ​ຂ່າວ​ສານ​ຊີນຮວາ,​ປະ​ຈຸ​ບັນ,​ຄະນະ​ຜູ້​ແທນ​ການ​ບິນ​ອະ​ວະ​ກາດ ຂອງ​ຍາ​ນອາ​ວະ​ກາດ​​ເສີນ​ໂຈ່ວ​ເລກ​6​ບັນ​ທຸກ​ຄົນ​ພວມ​ຢ້ຽມ​ຢາມ​ຢູ່​ຮົງ​ກົງ.ວັນ​ທີ​28​ພະ​ຈິກ,​ໜັງ​ສື​ພິມ​ໃຫຍ່​ຕ່າງໆ​ພາ​ກັນ​ພິມ​ບົດ​ນຳ​ຍ້ອງ​ຍໍ​ສັນ​ລະ​ເສີນ​ຜົນ​ສຳ​ເລັດ​ດ້ານ​ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດ​ຂອງ​ປະ​ເທດ​ຊາດ.

ໜັງສືພິມອຸນຮຸ້ຍ​ເປົ້າ​ພິມບົດ​ນຳ​ວ່າ,​ຜົນ​ສຳ​ເລັດ​ດ້ານ​ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດ​ຂອງ​ປະ​ເທດ​ຊາດ​ແລະ​ການ​ບິນ​ອະ​ວະ​ກາດ​ອັນ​ສະ​ຫງ່າ​ຂອງ​ວິລະ​ຊົນ​ການ​ບິນ​ອະ​ວະ​ກາດ,​ໄດ້​ເຮັດ​ໃຫ້​ຊາວ​ຮົງ​ກົງ​ໃນ​ຖານ​ເປັນ​ຊາວ​ຈີນ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຫຼາຍ​ຂຶ້ນ.​ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ,​ຊາວ​ຮົງ​ກົງ​ຍ່ອມ​ຈະ​ເພີ່ມ​ຄວາມ​ຮູ້​ສຶກ​ເປັນ​ຊົນ​ຊາດ​ດຽວ​ແລະ​ຄວາມ​ຮູ້​ສຶກ​ເຫັນ​ດີ​ນຳ​ປະ​ເທດ ຊາດ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃຕ້​ທິດ​ທາງ​ປະ​ເທດ​ດຽວ​ສອງ​ລະ​ບອບ,​ປະ​ກອບ​ສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ຕື່ມ​ອີກ.

ບົດ​ນຳຂອງ​ໜັງສື​ພິມ​ມິງ​ເປົ້າ​ຂຽນ​ວ່າ,​ວິ​ລະ​ຊົນ​ການ​ບິນ​ອະ​ວະ​ກາດ​ສອງ​ທ່ານ​ຂອງ​ຍານ​ອະ​ວະ​ກາດ​ເສີນ​ໂຈ່ວ​ເລກ​6ຢ້ຽມ​ຢາມ​ຮົ​ງກົງ,​ໄດ້​ສະ​ແດງ ຄວາມ​ສາ​ມາດ​ສັງ​ລວມ​ດ້ານ​ເຕັກ​ນິກ​ອັນ​ແຂງ​ແຮງ​ຂອງ​ຈີນ​ໃນ​ປະ​ຈຸ​ບັນ​ຕໍ່ຊາວ​ຮົງ​ກົງ,​ມີ​ຜົນ​ດີ​ຕໍ່​ຊາວ​ຮົງ​ກົງ​ເພີ່ມ​ທະ​ວີ​ຄວາມ​ເຫັນ​ດີຕໍ່​ປະ​ເທດ​ຊາດ.

ຄະນະ​ຜູ້ແທນ​ການ​ບິນ​ອະ​ວະ​ກາດ​ຍານ​ອາ​ວະ​ກາດ​ເສີນ​ໂຈ່ວ​ເລກ​6​ບັນ ທຸກ​ຄົນ​ແມ່ນ​ເລີ່ມ​ຢ້ຽມ​ຢາມ​ຮົງ​ກົງ​ໃນ​ວັນ​ທີ​27​ແລະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ​29​ພະ​ຈິກ.