ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-25 18:24:49    
ຈີນ​​ອາ​ເມ​ລິ​ກາ​ຈະ​ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການ​ບິນ​ອະ​ວະ​ກາດ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 24 ກັນຍາ ຫົວໜ້າ​ກົມ​ການບິນ​ອະວະກາດ​ຂອງ​ຈີນ​ແລະອາ​ເມ​ລິ​ກາ​ໄດ້​ພົບປະ​ຢູ່ປັກ​ກິ່ງ,​ສອງ​ຝ່າຍ​ກ່າວ​ວ່າ,ຈະ​ພ້ອມ​ກັນ​ລົບ​ລ້າງ​​ອຸປະສັກຕ່າງໆ​ ເພື່ອຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​​ເສີມສ້າງ.

ໃນ​ການພົບ​ປະ,ຝ່າຍ​ຈີນ​ເວົ້າວ່າ,ໂດຍອີງຕາມຫຼັກການ​"ສ​ະ​ເໝີ​ພາບ​ກັນ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ການ​ນຳ​ໃຊ້​​ໃນ​ທາງສັນຕິ,ພ້ອມ​ກັນ​ພັດທະນາ",​ຍິນ​ດີເພີ່ມ​ທະວີການ​ແລກປ່ຽນ ​ເພີ່ມ​ທະວີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ພັດທະນາ​ມິດຕະພາບ,ຊຸກຍູ້​ການຮ່ວມ​ມື,ປະກອບສ່ວນ​ເທົ່າທີ່​ຄວນ​ເຂົ້າ​ໃນ​ການນຳ​ໃຊ້​ອະວະກາດ​ຊັ້ນນອກ​ໂດຍສັນຕິ​ວິທີ,ສ້າງ​ຄວາມສຸກ​ໃຫ້​ມວນ​ມະນຸດ.ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ,ການ​ເຈລະຈາ​ຄັ້ງນີ້​ແມ່ນ​ບາດກ້າວ​ສຳຄັນ​ໃນ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ທາງ​ການບິນ​ອະວະກາດລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ,ສອງ​ຝ່າຍ​ຄວນ​ພ້ອມ​ກັນ​ເຮັດ​ວຽກ​ເລີ່​ມຕົ້ນຂອງ​ການ​ຮ່ວມ​ມື​ໃຫ້​ດີ,ພະຍາຍາມ​ລົບ​ລ້າງສິ່ງລົບ​ກວນ​ແລະ​ອຸປະສັກ​ໃນ​ການ​ຮ່ວມ​ມື​,​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ລົບ​ລ້າງ​ຄວາມ​ລະແວງສົງ​ໄສ,ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກສະນະ​ເສີມ​ສ້າງ.ສອງ​ຝ່າຍ​ຍັງ​ຫາລື​ເພື່ອຕົກລົງສ້າງ​ກົນ​ໄກ​ພົບ​ປະ​ເປັນປະຈຳ,​ຄົ້ນຄວ້າການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຕ່າງໆ​ຕື່ມ​ອີກ​ເຊັ່ນ​ຂົງ​ເຂດ​ວິທະຍາສາດ​ທາງ​ອະວະກາດ​ເປັນຕົ້ນ.