ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-24 17:34:44    
ເຂດ​ກວາງຊີ​ຈະ​ຈັດການ​ແຂ່ງຂັນບານ​ເຕະ​ເພດ​ຍິງ​ຈີນ​ອາຊ​ຽນຄັ້ງ​ປະຖົມມະ​ເລີກຕາມ​ຄຳ​ເຊີນ

cri

ຕາມ​ຂ່າວສານ​ຊິນ​ຮວາ,ສະມາຄົມ​ບານ​ເຕະ​ເຂດ​ກວາງຊີ​ໄດ້​ເຜີຍ​ໃຫ້​ຮູ້​ວ່າ,​ໂດຍ​ມີສະມາຄົມ​ບານ​ເຕະ​ຈີນ​ເຫັນ​ດີ​,​​ເດືອນ​ພຶດສະພາ​ປີ 2005,ຈີນ​ມີ​​ແຜນ​ຈະຈັດການ​ແຂ່ງຂັນ​ຕາມ​ຄຳ​ເຊີນ​ບານ​ເຕະ​​ເພດ​ຍິງ​ສາກົນ​ຈີນ​ອາຊ​ຽນຄັ້ງ​ປະ​ຖົມມະ​ເລີກ​ຢູ່​ເຂດ​ກວາງຊີ.

ທ່ານ​​ເຊ​ເວີນ​ໄຊ ຫົວຫນ້າ​ສະມາຄົມ​ບານ​ເຕະ​​ເຂດ​ກວາງຊີ​ເວົ້າວ່າ,ການ​ແຂ່ງຂັນ​ບານ​ເຕະ​ເພດ​ຍິງ​ຈີນ​ອາຊ​ຽນຄັ້ງ​ປະຖົມມະ​ເລີກ​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຊົງ​ຈົວຂອງ​ເຂດ​ກວາງຊີ.ການ​ແຂ່ງຂັນ​ຈະ​ມີ​ທິມບານ​ເຕະ​ເພດ​ຍິງ 4 ທິມ​ເຂົ້າ​ຮ່ວມ​​ແລະ​ຈັດ​ຂຶ້ນ​ເປັນ​ເວລາ3 ມື້.ນອກຈາກ​ທິມບານ​ເຕະ​ເພດ​ຍິງ​ຫນຸ່ມ​​ແຫ່ງ​ຊາດ​ຈີນ​ທີ່​ເປັນ​ປະ​ເທດເຈົ້າພາບ​ແລ້ວ,ທິມບານ​ເຕະ 3 ທິມອື່ນ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຈະ​ເລືອກ​ອອກ​ຈາກ​ທິມບານ​ເຕະ​ເພດ​ຍິງ​ຂອງ 5 ປະ​ເທດ​ເຊັ່ນ:ຫວຽດນາມ ​ໄທ ສິງກະ​​ໂປ ມຽນມາ​ແລະ​ກຳປູ​ເຈຍ