ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-19 17:53:09    
ປັກ​ກິ່ງ​ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​ແລະ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ຫໍ​ແລະ​ສະ​ໜາມ​ກິ​ລາ​ແລະ​ສິ່ງ​ກໍ່​ສ້າງ​ປະ​ກອບ​ຊຸດ​ຂອງ​ງາ​ນ​ກີ​ລາ​ໂອ​ລິ​ມ​ປິກ​ປີ2008​ຢ່າງ​ຕັ້ງ​ໜ້າ

cri

. ຕາມ​ຂ່າວCRI: ວັນ​ທີ19ມັງກອນ​ຢູ່​ປັກ​ກິ່ງ,ຜູ່​ຮັບ​ຜິ​ດຊອບ​ຜູ່​ໜຶ່ງ​ຂອງ​ພະ​ແນ​ກບັນຊາ​ການ​ກໍ່ສ້າງ​ໂຄງການ"2008"ນະຄອນ​ປັກ​ກິ່ງ​ກ່າວ​ວ່າ, ປັກ​ກິ່ງ​ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ແລະ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມການກໍ່ສ້າງ​ຫໍແລະສະໜາມ ກິລາ​ແລະ​ສິ່ງ​ກໍ່ສ້າງປະກອບ​ເປັນ​ຊຸດ​ຂອງ​ງາ​ນກີລາ​ໂອ​ລິ​ມປິກ​​ປີ2008​ຢ່າງ​ຕັ້ງ​ໜ້າ.

ຜູ່​ຮັບຜິດຊອບ​ຜູ່​ນີ້​ເວົ້າ​ວ່າ, ປີ2005​ແລະ​ປີ2006​ແມ່ນ​ໄລຍະກໍ່ສ້າງ​ຫໍ​ແລະສະໜາມກິລາ​ແລະ​ສິ່ງ​ກໍ່ສ້າງ​ປະກອບ​ຊຸດ​ຂອງ​ງານກີລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢ່າງ​ຂະໜາດ​ໃຫຍ່, ​ຕ້ອງການ​​ສະໜາມ​ກິລາ​ທີ່​ມີ​ເຕັກນິກ​ສູງ​ແລະ​ອະ​ນຸລັກ​ສິ່ງ​ແວດ​ລ້ອມ​ແບບ​ໃໝ່ແລະ​ຜະລິ​ດຕະພັນ​​ປະກອບ​ຊຸດຊະນິດ​ຕ່າງໆ​ທີ່​ສຸດ, ​ເພື່ອ​ສະ​ແດງ​​ໃຫ້​ເຫັນ​ທັດສະນະ​ຄະ​ສະຕິ​ງານກິລາ​ໂອ​ລິ​ມປິກ​ສີຂຽວ ​ເຕັກ​ນິກ​ແລະ​ມະນຸ​ດຊາດ.
ຕາ​ມຊາບ​ວ່າ, ກາງ​ເດືອນ​ກໍລະກົດ​ປີ​ນີ້,ປັກ​ກິ່ງ​ຈະ​ຈັດ​ການ​ງານ​ສະ​ແດງ​ແລະສິ່ງ​ກໍ່ສ້າງຫໍ​ແລະ​ສະໜາມກິລາ​ສາ​ກົນ​ແລະຊື້​ຂາຍ​ເຄື່ອງ​ໃຊ້​ກີລາ,​ເພື່ອ​ສ້າງ​ແທ່ມ​ໃຫ້​ແກ່ວິ​ສາ​ຫະກິດ​ຈີນ​ແລະ​ຕ່າງປະ​ເທດດຳ​ເນີນ​ການ​ແລກປ່ຽນ​ແລະ​ວາງສະ​ແດງ