ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-04 17:31:02    
ປັກ​ກິ່ງ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃນ​ໄລ​ຍະ​ຈັດ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri Author: sayvanny
ຕາມ​ຂ່າວ CRI:ວັນ​ທີ 4 ກຸມພາ​ ຢູ່​ປັກ​ກິ່ງ ທ່ານ​ລິວ​ຈິງ​ມິນ ຮອງ​ປະ​ທານ​ບໍ​ລິ​ຫານ​ງານ​ຂອງ​ຄະນະ​ກຳ​ມະ​ການ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ​ເວົ້າ​ວ່າ, ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ຈະ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃນ​ເວ​ລາ​ຈັດ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ.

​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຫົວ​ຫນ້າ​ພະ​ແນກ​ການ​ກິ​ລາ​ທົ່ວ​ປະ​ເທດ​ຈີນ​ປີ 2005,ທ່ານ​ລິວ​ຈິງ​ມີນ​ເວົ້າ​ວ່າ, ສະ​ພາບ​ຄວາມ​ປອດ​ໄພ​ຂອງ​ຈີນ​ແລະ​ປັກ​ກິ່ງ​ແມ່ນ​ຫມັ້ນ​ທ່ຽງ​ໃນ​ດ້ານ​ກວມ​ລວມ, ມີ​ຜົນ​ດີ​ຕໍ່​ການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ,​ແຕ່​ລັດ​ຖະ​ບານ​ຈີນ​ແລະ​ຄະນະ​ກຳ​ມະ​ການ​ຈັດ​ງານໂອ​ລິ​ມ ປິກ​ປັກ​ກິ່ງ​ບໍ່​ຫ່ອນ​ຈະ​ລະ​ເຫ​ລິງ​ໃຈ.​ ໃນປີ 2005​ແລະ​ຫລາຍ​ປີ​ຂ້າງ​ຫນ້າ​ນີ້, ຄະນະ​ກຳ​ມະ​ການ​ຈັດງານ​ໂອ​ລິມ​ປິກ​ປັກ​ກິ່ງ​ຈະ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ນຳ​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​​ໃນ​ໄລຍະ​ຈັດ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ, ​ເພື່ອ​ຈະ​ຖື​ເປັນ​ຫນ້າ​ທີ່​ສຳ​ຄັນ​ຈຸດ​ຫນັກ​ອັນ​ຫນຶ່ງ​ຂອງ​ວຽກ​ງານ​ກະ​ກຽມ​ຈັດ​ງານ​ໂອ ລິມ​ປິກ.