ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-21 18:33:28    
ນັກ​ກິລາ​ປິງປອງ​ລະດັບ​ໂລກ​ຫຼາຍ​ຄົນ​​ໄປ​​​ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນ​ໂອ​ເພັນ​ກາ​ຕາ​ທີ່​ໂດ​ຮາ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ຂ່າວ​ຈາກ​ໂດ​ຮາ​ລາຍ​ງານ​ວ່າ, ວັນ​ທີ 21 ກຸມພາ, ນັກ​ກິ​ລາ​ປິງ​ປອ່ງ​ລະດັບ​ໂລກຫຼາຍ​ຄົນ​ໃນ​ໂລກ​ໄດ້​ເດີນທາງ​ໄປ​ຮອດ​ໂດ​ຮາ ນະຄອນຫຼວງ​ກາ​ຕາ, ​ເຂົ້າ​ຮ່ວມ​ງານ​ແຂ່ງຂັນ​ປິງປອງ​ໂອ​ເພັນ​ກາ​ຕາຄັ້ງທີ 9, ​ກໍ່​ເປັນ​ການ​ຝຶກ​ແອບ​ຄັ້ງສຸດ​ທ້າຍ​ເພື່ອ​ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນ​ປິງປອງ​ຊິງ​ຊະນະ​ເລີດ​ໂລກ​ທີ່​ຈະ​ຈັດ​ຂຶ້ນຢູ່​ຊຽງ​ໄຮ້​ຂອງ​ຈີນ​ໃນ​ວັນ​ທີ 29 ​ເມ​ສາ.

ຕາມ​ໄດ້​ຊາບ, ຈີນ​ເຊິ່ງ​ເປັນ​ປະ​ເທດ​​ໃຫຍ່​ທີ​ໜຶ່ງ​ດ້ານກິລາ​ປິງປອງກໍ່​ສົ່ງ​ນັກ​ກິ​ລາ​ລະ​ດັບ​ສູງ​ໄປ​ເຂົ້າຮ່ວມ, ທ້າວ​ຫວັງ​ລີ​ສິນ ທ້າວ​ມາ​ລິນ​ແລະ​ທ້າວ​ຫວັງຮ້າວ​ທີ່​ເປັນ​ທີ​ໜຶ່ງ​ຫາ​ທີ​ສາມ​ໃນ​ໂລກ​ຂອງການ​ຕີ​ດ່ຽວ​ເພດ​ຊາຍ, ​ແລະ​ນາງ​ຈາງ​ອີ​ໜິງ ນາງ​ຫວັງ​ໜານ ນາງ​ນິວຈຽນ​ເຟິງ​ແລະ​ນາງ​ໂກ​ແຢ້ ທີ່​​ເປັນທີ​ໜຶ່ງ​ຫາ​ທີ​ສີ່​ໃນ​ໂລກ​ໃນ​ການ​ຕີ​ດ່ຽວ​ເພດ​ຍິງ ລ້ວນ​ແຕ່​ຈະ​ເຂົ້າ​ຮ່ວມ​ງານ​ແຂ່ງຂັນ​ຄັ້ງນີ້.

ນອກ​ນີ້, ​ເຈົ້າພາບ​ງານ​ແຂ່ງຂັນ​ຄັ້ງນີ້​ໄດ້​ຕັ້ງ​ລາງວັນ​ 2 ​ແສນ 6000 ​ໂດ​ລາ​ສະຫະ​ລັດ, ​ໃນ​ນັ້ນ​ແຊ​ມປຽນ​ຕີ​ດ່ຽວ​ເພດຊາຍ​ແລະ​ເພດ​ຍິງ​ຕ່າງ​ຈະ​ໄດ້​ຮັບ​ເງິນ​ລາງ​ວັນ 3 ໝື່ນ 4000 ​ໂດ​ລາ​ສະ​ຫະລັດ​ແລະ 2 ໝື່ນ 2000 ​ໂດ​ລາ​ສະຫະ​ລັດ.

ວັນ​ທີ 21 ກຸມພາ, ນັກ​ກິລາ​ສ່ວນ​ໜຶ່ງ​ຈະ​ແຂ່ງຂັນ​ກັນ​ເພື່ອ​ຊິງ​ເອົາ​ສິດເຂົ້າຮ່ວມ​ການ​ແຂ່ງ​ຂັນ​ທາງ​ການທີ່ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກຸມພາ.