ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-24 16:43:11    
ງານ​ແຂ່ງຂັນ​ສະນຸກ​ເກີ​ລະ​ດັບ​ສຸດ​ຍອດ​ຂອງ​ໂລກ​ຈະ​ຈັດ​ຂຶ້ນ​ຢູ່​ຈີນ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 24 ກຸມພາຢູ່ທີ່​ປັກ​ກິ່ງ, ສະມາຄົມ​ສະນຸກ​ເກີ​ໂລກ​ປະ​ກາດ​ວ່າ, ງານ​ແຂ່ງ​ຂັນ​ໂອ​ເພັນ​ຈີນ ​ເຊິ່ງ​ເປັນ​ງານ​ຕະ​ເວນ​ແຂ່ງຂັນ​ສະ​ນຸກ​ເກີ​ໂລກ​ນັດ​ທີ 7 ​ໃນ​ສົກ​ປີ 2004-2005 ຈະ​ຈັດ​ຂຶ້ນຢູ່​ປັກ​ກິ່ງ​ແຕ່​ວັນ​ທີ 26 ມີນາ​ຮອດ​ວັນ​ທີ 3 ​ເມສາ​ປີ​ນີ້, ນີ້​ແມ່ນ​ຈີນ​ເປັນ​ເຈົ້າ​ພາບ​ຈັດ​ງານ​ແຂ່ງ​ຂັນ​ດັ່ງ​ກ່າວ​ເປັນ​ຄັ້ງ​ທຳ​ອິດ.

ງານ​ຕະ​ເວນ​ແຂ່ງຂັນ​ສະນຸກ​ເກີ​ໂລກ​ແມ່ນ​ໜຶ່ງ​ໃນ​ງານ​ແຂ່ງຂັນ​ສະນຸກ​ເກີ​ລະ​ດັບ​ສຸດ​ຍອດ​ຂອງ​ໂລກ, ງານ​ແຂ່ງຂັນ​ໂອ​ເພັນ​ຈີນ​ກໍ່​ແມ່ນ​ງານ​ຕະ​ເວນ​ແຂ່ງ​ຂັນ​ສະ​ນຸກ​ເກີ​ໂລກ​ຈັດ​ຂຶ້ນ​ຢູ່​ນອກ​ອັງກິດ​ເປັນຄັ້ງ​ທຳ​ອິດ. ນັກ​ກິລາ​ແຕ່​ທີ 1 ຫາ​ທີ 16 ​ໃນ​ໂລກ​ຈະ​ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນ​ໂອ​ເພັນ​ຈີນ​ເທື່ອ​ນີ້, ​ໃນ​ນັ້ນລວມທັງ​ນັກ​ກິລາ​ທີ່​ຊື່​ດັງ​ຂອງ​ໂລກ​ຄື ທ່ານ​ຣອນນີ ​ໂອ​ຊຸນ​ລີ​ແວນ ທ່ານ​ສະ​ເຕັບ​ແຟນ ​ແຮນ​ດຼີ​ແລະ​ທ່ານ​ຈອນ ຮີ​ກິນ​ເປັນ​ຕົ້ນ, ຍັງ​ມີ​ນັກ​ກິ​ລາ​ທີ່​ຊື່​ດັງ​ຂອງ​ຈີນ​ຄື​ທ່ານ​ຟູ​ເຈຍ​ຈິ້ນ​ຂອງ​ຮົງ​ກົງ​ແລະ​ທ່ານ​ຕິງ​ຈິ້ນ​ຮຸຍ​ຂອງ​ຊຽງ​ໄຮ້.