ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-13 10:41:42    
ທິມ​ເກັ່ງ​ມາ​ແຕ່​ເດີມ​ໄດ້​ຮັບ​ໄຊ​ຊະ​ນະ

cri Author: sayvanny
ຕາມ​ຂ່າວ CRI:ວັນ​ທີ 12 ມິ​ຖຸ​ນາ ​ເວລາ​ທ້ອງ​ຖີ່ນ,ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ປີ 2006 ທີ່​ຈັດ​ຂຶ້ນ​ຢູ່​ເຢຍ​ລະ​ມັນ​ໄດ້​ຈັດ​ການ​ແຂ່ງ​ຂັນ​ສາມ​ນັດ.ຜົນ​ສຸດ​ທ້າຍ,ທິມ​ອີ​ຕາ​ລີ​ແລະ​ທິມ​​ເຊັກ ທີ່​ເກັ່ງ​ມາ​ແຕ່​ເດີມ​ພ້ອມ​ກັບ​ທິມ​ອົສ​ຕຼາ​ລີ ທີ່​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຊີງ​ຂັນ​ໂລກ​ຮອບ​ຊີງ​ຊະນະ​ເລີດ​ອີກ​ເທື່ອ​ຫນຶ່ງ​ພາຍ​ຫລັງ 23 ປີ​ນັ້ນ​ລ້ວນ​ແຕ່​ໄດ້​ຮັບ​ໄຊ​ຊະ​ນະ.

​ໃນ​ການ​ແຂ່ງ​ຂັນ​ໃນ​ຈຸ E, ທິມ​ອີ​ຕາ​ລີ​ໄດ້​ເອົາ​ຊະ​ນະ​ທິມ​ກາ​ນາ​ດ້ວຍ​ຜົນ​ງານ 2 ຕໍ່ 0,ທິມ​​ເຊັກ​ເອົາ​ຊະ​ນະ​ທິມ​ອາ​ເມ​ລິ​ກາ​ດ້ວຍ​ຜົນ​ງານ 3 ຕໍ່ 0;​ໃນ​ການ​ແຂ່ງຂັນ​ໃນ​ຈຸ F , ທິມ​ອົສ​ຕຼາ​ລີ​ໄດ້​ຍິງ​ເຂົ້າ​ສາມ​ປະ​ຕູ​​ໃຕ້​ສະ​ພາບ​ 0 ຕໍ່ 1ທີ່​ຕາມ​ຫລັງ​ຍີ່​ປຸ່ນ,​ແລ້ວ​ເອົາ​ຊະນະ​ຍີ່​ປຸ່ນ​ດ້ວຍ​ຜົນ​ງານ 3 ຕໍ່ 1.

ວັນ​ທີ 13 ມິຖຸ​ນາ ​ເວ​ລາ​ທ້ອງ​ຖີ່ນ, ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ຈະ​ຈັດ​ການ​ແຂ່ງ​ຂັນ​ອີກ​ສາມ​ນັດ, ຄູ່​ແຂ່ງ​ຂັນ​ກໍ່​ຄື ທິມ​ສ.​ເກົາ​ຫລີ​ສູ້​ກັບ​ທິມ​ໂຕ​ໂກ,ທິມ​ຝຼັ່ງ​ສູ້​ກັບ​ທິມ​ສະ​ວິສ,​ແລະ​ທິມ​ເບຼ​ຊິນ​ສູ້​ກັບ​ທິມ​ໂກຼ​ອາ​ຊີ.