ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-14 11:10:46    
ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ໄດ້​ສິ້ນ​ສຸດ​ການ​ແຂ່ງ​ຂັນ​ໃນ​ມື້​ທີ 5

cri Author: sayvanny
ຕາມ​ຂ່າວ CRI: ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 14 ມິຖຸນາ ​ເວລາ​ປັກ​ກິ່ງ, ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ປີ 2006 ທີ່​ຈັດ​ຂຶ້ນ​ຢູ່​ເຢຍລະ​ມັນ​ໄດ້​ສິ້ນ​ສຸດ​ການ​ແຂ່ງ​ຂັນ​ສາມ​ນັດ​ໃນ​ມື້​ທີ 5.

ການ​ແຂ່ງ​ຂັນ​ສອງ​ນັດ​ທີ່​ຈັດ​ຂຶ້ນ​ກ່ອນ​ຫມູ່​ແມ່ນ​ຢູ່​ໃນ​ຈຸ G.​ໃນ​ການ​ລອງ​ລິດ​ກັນ​ລະ​ຫວ່າງ​ທິມສ.​ເກົາ​ຫລີ​ກັບ​ທິມ​ໂຕ​ໂກ,ທິມສ.​ເກົາ​ຫລີ​ໄດ້​​ຊະນະ​​ແບບ​ພິກ​ປີ້ນ​ດ້ວຍ​ຜົນ​ງານ 2 ຕໍ່ 1ໃນ​ການ​ລອງ​ລິດ​ກັນ​ກັບ​ທິມ​ໂຕ​ໂກ​.ນັກ​ເຕະ​ບານ​ສ.​ເກົາ​ຫລີ​ທີ່​ຍິງ​ເຂົ້າ​ປະ​ຕູ​ແມ່ນ​ທ້າວ​ລີ​ຊົນ​ຊູ​ແລະ​ທ້າວ​ອານ​ຈັງ​ຮວັນ,ນັກ​ເຕະບານ​ໂຕ​ໂກທີ່​ຍິງ​​ເຂົ້າ​ປະ​ຕູ​ແມ່ນ​ທ້າວ​ກາ​ເດີ.

​ໃນ​ການ​ແຂ່ງ​ຂັນ​ນັດ​ທີ​ສອງ,ທິມ​ຝຼັ່ງ ແຊມ​ປຽນ​ຂັນ​ໂລກ​ປີ 1998,​ໄດ້​ສະ​ເຫມີ​ກັບ​ທິມ​ສະ​ວິສ​ດ້ວຍ​ຜົນ​ງານ 0 ຕໍ່ 0.ທິມສ.​ເກົາຫລີ​ກໍ່​ເລີ່​ມ​ເປັນ​ທີ​ຫນຶ່ງ​ໃນ​ຈຸ G ​ເປັນ​ຊົ່ວ​ຄາວ.

ທິມ​ເບຼ​ຊິນ ທິມ​ຮັກ​ສາ​ແຊມ​ປຽນ​ໃນ​ງານ​ແຂ່ງ​ຂັນ​ເທື່ອ​ນີ້​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ນັດ​ທີ​ສາມ,​ແລະ​ໄດ້​ເອົາ​ຊະ​ນະ​ທິມ​ໂກຼ​ອາ​ຊີ ຄູ່​ແຂ່ງ​ຂັນ​ໃນ​ຈຸ F. ​ທ້າວ​ຄາຄາ​ໄດ້​ຍິງ​ເຂົ້າ​ປະ​ຕູ​ພຽງ​ລູກ​ດຽວ​ຂອງ​ການ​ແຂ່ງ​ຂັນ​ນັດ​ນີ້.