ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-15 10:29:43    
ທິມ​ເຢຍ​ລະ​ມັນ​ເຂົ້າ​ຮອບ​ກ່ອນ​ຫມູ່ ທິມ​ແອສ​ປາຍ​ຊະ​ນະ​ຢ່າງ​ໃຫຍ່

cri Author: sayvanny
ຕາມ​ຂ່າວ CRI:ວັນ​ທີ 14 ມິຖຸນາ ງານ​ແຂ່ງຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ປີ 2006 ທີ່​ຈັດ​ຂຶ້ນ​ຢູ່​ເຢຍລະ​ມັນ​ໄດ້​ສິ້ນ​ສຸດ​ການ​ແຂ່ງຂັນ​ໃນ​ມື້​ທີ 6.ທິມ​ເຢຍລະ​ມັນ​ ທິມ​ເຈົ້າພາບ​ກາຍ​ເປັນ​ທິມທຳ​ອິດທີ່​ກ້າວເຂົ້າ​ຮອບ 16 ທິມ​.

​ໃນ​ການ​ແຂ່ງ​ຂັນ​ນັດ​ທີ​ຫນຶ່ງ​ຮອບ​ທີ​ສອງ​ຂອງ​ສາຍ A ທີ່​ຈັດ​ຂຶ້ນ​ຢູ່​ດອກ​ມຸນ​,ທິມ​ເຢຍ​ລະ​ມັນ​ໄດ້​ເອົາ​ຊະນະ​ທິມ​ໂປ​ໂລ​ຍດ້ວຍ​ຜົນ​ງານ 1 ຕໍ່ 0,​ເຊິ່ງ​ແມ່ນ​ທ້າວ​ໂອ​ລີ​ເວີ.ນອຍ​ວີ​ວ ກອງ​ຫນ້າ​ຍິງ​ເຂົ້າ​ປະ​ຕູ​ໃນ​ເວລາ​ສຸດ​ທ້າຍ.ທິມ​ເຢຍ​ລະ​ມັນ​ຊະ​ນະ​ທັງ​ສອງ​ນັດ​ໃນ​ການ​​ແຂ່ງ​ຂັນ​ໃນ​ສາຍ,ກາຍ​ເປັນ​ທິມ​ທຳ​ອິດ​ທີ່​ກ້າວ​ເຂົ້າ​ຮອບ​ 16 ທິມ​.

ໃນ​ການ​ແຂ່ງ​ຂັນ​ໃນ​ສາຍ H ,ທິມ​ແອ​ສປາຍ​ໄດ້​ເອົາ​ຊະ​ນະ​ທິມ​ອຸຍ​ແກຼນ​ທີ່​ເຂົ້າ​ຮ່ວມ​ງານ​ແຂ່ງຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ຄັ້ງ​ທຳ​ອິດ​ດ້ວຍ​ຜົນງານ 4 ຕໍ່ 0.

​ໃນ​ການ​ແຂ່ງ​ຂັນ​ອີກ​ນັດ​ຫນຶ່ງ​ຂອງ​ສາຍ H, ທິມ​ຕຸຍ​ນີ​ຊີ​ສະ​ເຫມີ​ກັບ​ທິມ​ອາ​ລາ​ບີ​ຊາ​ອຸ​ດິ​ດ້ວຍ​ຜົນ​ງານ 2 ຕໍ່ 2.