ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-22 15:45:25    
ສະ​ຫນາມ​ແລະ​ຫໍ​ກິ​ລາ​ສຳ​ຄັນ​ສຳ​ລັບ​ຈັດ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ມີ​ຫວັງ​ຈະ​ເປີດ​ໃຫ້​ຄົນ​ເຂົ້າ​ທ່ຽວ​ຊົມ​ໃນ​ທ້າຍ​ປີ​ນີ້

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 22 ມິ​ຖຸ​ນາ,ທ່ານ​ຕູ້​ຈ່ຽງ ຫົວ​ຫນ້າ​ພະ​ແນກ ທ່ອງ​ທ່ຽວ​ນະ​ຄອນ​ປັກ​ກິ່ງ​ກ່າວ​ວ່າ, ສະ​ຫນາມ​ແລະ​ຫໍ​ກິ​ລາ​ສຳ​ຄັນ​ທີ່​ສ້າງ​ເພື່ອ​ຈັດ​ງານ​ກິລາໂອ​ລິ​ມປິກ​ປີ 2008 ຂອງ​ປັກ​ກິ່ງ​ມີ​ຫວັງ​ເປີດ​ໃຫ້​ຄົນ​ເຂົ້າ​ທ່ຽວ​ຊົມ​ໃນ​ທ້າຍ​ປີ​ນີ້.

ໃນ​ງານ​ເອັກສ​ໂປ​ການ​ທ່ອງ​ທ່ຽວ​ສາ​ກົນ​ປັກ​ກິ່ງ​ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ 22 ມິ​ຖຸ​ນາ​ທ່ານ​ຕູ້​ຈ່ຽງໄດ້​ເວົ້າຕໍ່​ນັກ​ຂ່າວ​ວ່າ, ສະ​ຫນາມ​ແລະ​ຫໍ​ກິ​ລາ​ໂອ​ລິມ​ປິກ​ທີ່​ຈະ​ໄຂ​ໃຫ້​ເຂົ້າ​ທ່ຽວ​ຊົມ​ນັ້ນ​ມີ​ສະ​ຫນາມ​ກິ​ລາ​ແຫ່ງ​ຊາດ​​ທີ່​ຊື່ວ່າ​ຮັງ​ນົກ​ແລະ​ສູນ​ລອຍ​ນ້ຳ​ແຫ່ງ​ຊາດ​ທີ່​ເອີ້ນ​ວ່າ​ຫົກ​ຫລ່ຽມ​ເປັນ​ຕົ້ນ,ການ​ເຂົ້າ​ທ່ຽວ​ຊົມ​ຈະ​ດຳ​ເນີນ​ພາຍ​ໃຕ້​ສະ​ພາບ​​ທີ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ຜູ່​ຊົມ​ແລະ​ບໍ່​ກະ​ທົບ​ເຖິງ​ການ​ກໍ່​ສ້າງ.

ທ່ານ​ຕູ້​ຈ່ຽງ​ເວົ້າ​ວ່າ, ການ​ເປີດ​​ສະ​ຫນາມ​ແລະ​ຫໍ​ກິລາ​ເຫລົ່າ​ນີ້​ໃຫ້​ເຂົ້າ ທ່ຽວ​ຊົມ​ບໍ່​ແມ່ນ​ຍ້ອນ​ມູນ​ເຫດ​ດ້ານ​ເສດ​ຖະ​ກິດ,ແຕ່​ຫາກ​ແມ່ນ​ເພື່ອ​ໃຫ້​ບຸກ​ຄົນ​ພາຍ​​ໃນ​ແລະ​ຕ່າງ​ປະ​ເທດ​ຮູ້​ຈັກ​ສະ​ພາບ​ການ​ກະ​ກຽມ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ໃຫ້​ຊາວ​ໂລກ​ມີ​ຄວາມ​ຫມັ້ນ​ໃຈ​​ຕໍ່​ປັກ​ກິ່ງ​ທີ່​ຫ້າງ​ຈັດ​ງານ​ໂອ​ລິມ​ປິກ.​ສະ​ຫນາມ​ແລະ​ຫໍ​ກິ​ລາ​ຈັດ​ງານ​ໂອ​ລິ​ມປິກ​ຈະ​ເປີ​ດ​ໃຫ້​ຜູ່​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຂົ້າ​ຊົມ​ກ່ອນ.

ຕາມ​ແນະນຳ​ວ່າ, ສະ​ຫນາມ​ກິ​ລາ​ຮັງ​ນົກ​ແລະ​ສູນ​ລອຍ​ນ້ຳ​ຫົກ​ຫລ່ຽມ​ຈະ​ສ້າງ​ສຳ​ເລັດ​ໃນ​ທ້າຍ​ປີ 2007,ການ​ກໍ່​ສ້າງ​ໃນ​ປັດຈຸບັນ​ພວມ​ດຳ​ເນີນ​ໄປ​ຢ່າງ ສະ​ດວກ​ຢູ່.