ນັກສຶກສາຈີນ ຈັດງານສະແດງສິລະປະເພື່ອຕອບບຸນແທນຄຸນຄູອາຈານທີ່ສໍາເລັດການສຶກສາ ໃນສົກຮຽນ 2017-2018
  2018-05-05 14:27:56  cri


ໃນຕອນຄໍ່າວັນທີ 4 ພຶດສະພານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດລາວນະຄອນຫຼວງວຽງຈັນ ນັກສຶກສາຈີນ ຈັດງານສະແດງສິລະປະເພື່ອຕອບບຸນແທນຄຸນຄູອາຈານທີ່ສໍາເລັດການສຶກສາ ໃນສົກຮຽນ 2017-2018 ໂດຍການເຂົ້າຮ່ວມຂອງທ່ານ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ  ທ່ານ ເຈົ້າເສິງກ່າງ ທີ່ປຶກສາການເມືອງຂອງສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ມີຄູອາຈານຂອງມະຫາວິທະຍາໄລແຫ່ງຊາດລາວ ພ້ອມດ້ວຍນັກສຶກສາທັງຈີນ ແລະ ລາວ ເຂົ້າຮ່ວມຫລາຍກວ່າ 500 ຄົນໄດ້ເຂົ້າຊົມງານໃນຄັ້ງນີ້.


ທ່ານ ອາລຸນ ສີລັດຕະນະກຸນ ຄະນະບໍດີ ຄະນະອັກສອນສາດ ໄດ້ກ່າວຄໍາເຫັນວ່າ: ໄລຍະຜ່ານມານັກສຶກສາຈີນ ທີ່ມາສຶກສາຢູ່ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ມີຄວາມພະຍາຍາມເອົາໃຈໃສ່ຕໍ່ການຮໍ່າຮຽນ ແລະ ຄົ້ນຄວ້າ ພ້ອມກັນນີ້ກໍ່ໄດ້ປະກອບສ່ວນເຄື່ອນໄຫວກິດຈະກໍາທາງດ້ານວັດທະນະທໍາ, ກິລາ, ສິລະປະ ແລະ ກິດຈະກໍາອື່ນໆຮ່ວມກັບນັກສຶກສາລາວ. ທີ່ສໍາຄັນ, ໄດ້ມີການພົວພັນສາມັກຄີ ສະໜິດສະໜົມກັບບົນດາຄູອາຈານ ແລະ ໝູ່ເພື່ອນນັກສຶກສາລາວຕະຫຼອດມາ ເຊິ່ງການເຄື່ອນໄຫວທີ່ດີຂອງນັກສຶກສາຈີນ ໄດ້ສະແດງໃຫ້ເຫັນເຖິງສາຍສໍາພັນ ມິດຕະພາບຄວາມຮັກແພງແບບອ້າຍເອື້ອຍນ້ອງກັນ ຊຶ່ງເປັນມູນເຊື່ອອັນດີງາມແຫ່ງການພົວພັນຂອງປະຊາຊົນສອງຊາດລາວ-ຈີນ.
1  2  3  4  5