ນັກສຶກສາຈີນ ຈັດງານສະແດງສິລະປະເພື່ອຕອບບຸນແທນຄຸນຄູອາຈານທີ່ສໍາເລັດການສຶກສາ ໃນສົກຮຽນ 2017-2018
  2018-05-05 14:27:56  cri




ໂອກາດນີ້ ທ່ານນາງ ແສງແກ້ວ ຕາງໜ້າສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ກ່າວວ່າ: ມາຮອດປີ 2017 ນັກສຶກສາລາວທີ່ໄດ້ຮັບທຶນການສຶກສາຈາກລັດຖະບານຈີນມີເຖິງ 3416 ຄົນ, ຂະນະທີ່ນັກສຶກສາຈີນທີ່ມາສຶກສາຢູ່ລາວກໍມີປະມານ 300 ຄົນໃນແຕ່ລະປີ. ຫວັງວ່ານັກສຶກສາທັງ 2 ປະເທດຈະໄດ້ຕັ້ງໃຈຮ່ຳຮຽນ, ຍົກລະດັບຄວາມຮູ້ຄວາມສາມາດເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດກໍຄືມິດຕະພາບຂອງສອງຊາດຈີນ-ລາວ.



ພ້ອມດຽວກັນນີ້ ຕາງໜ້ານັກສຶກສາຈີນໄດ້ກ່າວວ່າ: ຈຸດປະສົງ ໃນການຈັດງານ ຄັ້ງນີ້ເພື່ອຕອບແທນບຸນຄຸນຄູອາຈານ ທີ່ຖ່າຍທອດຄວາມຮູ້ ຄວາມສາມາໃຫ້ແກ່ພວກນ້ອງ, ໃນໄລຍະທີ່ສຶກສາຢູ່ລາວ, ນັກສຶກສາຈີນທັງຫຼາຍບໍ່ພຽງແຕ່ໄດ້ຮຽນຮູ້ວິຊາຕ່າງໆເທົ່ານັ້ນ ຍັງໄດ້ສ້າງສາຍສຳພັນ ມິດໄມ້ຕີກັບເພື່ອນໆນັກສຶກສາທັງຫຼາຍອີກດ້ວຍ ແລະຈະສືບຕໍ່ພະຍາຍາມເພື່ອເປັນຜູ້ສືບທອດມິດຕະພາບໃນການຮ່ວມມືໃນຕໍ່ໜ້າລະຫວ່າງສອງສອງຊາດລາວ-ຈີນ.
1  2  3  4  5