|
 |
(GMT+08:00)
2005-11-29 17:13:33
|
ຜູ້ແທນຂອງ 45 ປະເທດຫາລືການປະຕິຮູບຍຸດຕິທຳຢູ່ມານີລາ
cri
Author: da
ຕາມຂ່າວສານຊິນຮວາ: ກອງປະຊຸມສາກົນຍຸດຕິທຳແລະການເຄື່ອນໄຫວແບບຢ່າງກ່ຽວກັບການປະຕິຮູບໄຂຂຶ້ນຢູ່ມານີລາໃນວັນທີ 28 ພະຈິກ,ກອງປະຊຸມຈະຫາລືກັນກ່ຽວກັບການພົວພັນລະຫວ່າງການປະຕິຮູບຍຸດຕິທຳກັບການພັດທະນາສັງຄົມ ການຮ່ວມມືລະຫວ່າງຊາດໃນດ້ານການປະຕິຮູບຍຸດຕິທຳແລະບັນຫາອື່ນໆ,ກອງປະຊຸມຈະດຳເນີນ 3 ມື້.
ໃນພິທີໄຂ ທ່ານໂດມິງໂກ ພັນການີບັນ ຜູ້ພິພາກສາສານສູງສຸດຟີລິບປິນ ປະທານກອງປະຊຸມໄດ້ເວົ້າວ່າ,ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພີ່ມທະວີການແລກປ່ຽນແລະການຮ່ວມມືລະຫວ່າງວົງການຍຸດຕິທຳບັນດາປະເທດ,ພ້ອມກັນຫາລືຊ່ອງທາງຄວາມຄຶດແລະບົດຮຽນໃນການປະຕິຮູບຍຸດຕິທຳ.
ເຈົ້າໜ້າທີ່ວົງການຍຸດຕິທຳ 300 ກວ່າທ່ານທີ່ມາຈາກ 45 ປະເທດໄດ້ເຂົ້າຮ່ວມກອງປະຊຸມ. ທ່ານຊູ່ເຈີລິນ ຮອງປະທານສານປະຊາຊົນສູງສຸດຈີນໄດ້ນຳພາຄະນະຜູ້ແທນຈີນເຂົ້າຮ່ວມກອງປະຊຸມ.
|
|
|