ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-30 21:41:14    
ຈີນ​ປອກ​ຕຸຍ​ການ​ຈະ​ສ້າງ​ການ​ພົວ​ພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຮອບດ້ານ

cri
ຕາມ​ຂ່າວCRI,ວັນ​ທີ30​ພະຈິກ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຈ້າວ​ຈຸ່ນ ຫົວ​ໜ້າ​ກົມ​ເອີ​ລົບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ໃນ​ເວລາ​ທ່ານ​ເວິນ​ເຈຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຢ້ຽມ​ຢາມ​ປອກ​ຕຸຍ​ການ​ໃນ​ຕົ້ນ​ເດືອນ​ທັນວາ,ທັງສອງ​ປະ​ເທດ​ຈີນ​ແລະ​ປອກ​ຕຸຍ​ການ​ຈະ​ອອກ​ຖະ​ແຫຼງ​ການ​ຮ່ວມ,​ຍົກ​ລະ​ດັບ​ການ​ພົວ​ພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ເປັນ​ການ​ພົວ​ພັນ​ຄູ່​ຂາ​ຍຸດ​ທະ​ສາດ.

ທ່ານ​ຈ້າວ​ຈຸ່ນ​ແມ່ນ​ເຜີຍ​ໃຫ້​ຮູ້​ຂ່າວ​ດັ່ງ​ກ່າວ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​​ເນື່ອງ​ໃນ​ໂອກາດ​ທ່ານ​ເວິນ​ເຈຍ​ປາວ​ຈະ​ຢ້ຽມຢາມ​ຫ້າ​ປະ​ເທດ​ອາຊີ​ເອີ​ລົບ.ທ່ານ​ແນະນຳ​ວ່າ,ການ​ຢ້ຽມຢາມ​ເທື່ອ​ນີ້​ແມ່ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຢ້ຽມ​ຢາມ​ປອກ​ຕຸຍ​ການ​ເປັນ​ເທື່ອ​ທຳ​ອິດ​ໃນ13​ປີ​ມາ​ນີ້.​ໃນ​ໄລ​ຍະ​ຢ້ຽມ​ຢາມ,​ທ່ານ​ເວິນ​ເຈຍ​ປາວ​ຈະ​ແຍກ​ອອກ​ພົບ​ປະ​ປະ​ທາ​ນາ​ທິ​ບໍ​ດີ, ປະ​ທານ​ສະ​ພາ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປອກ​ຕຸຍ​ການ.​ທັງ​ສອງ​ຝ່າຍ​ຈີນ​ປອກ​ຕຸຍ​ການ​ຈະ​ເຊັນ​ສັນ​ຍາ​ຮ່ວມ​ມື​ຕ່າງໆ.