ກ່ຽວກັບງານປະກວດ:
ງານປະກວດວີດີໂອສັ້ນລາວ-ຈີນ ທີ່ຈັດຂຶ້ນໂດຍສູນອາຊີ-ອາຟຣິກາຂອງສະຖານີວິທະຍຸໂທລະພາບສູນກາງຈີນ(CMG) ແລະກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວລາວ ໄດ້ເລີ່ມຂຶ້ນໃນວັນທີ 1 ກຸມພາ 2021 ນີ້ ໂດຍໄດ້ເປີດໂຕເຄື່ອງໝາຍ, ໂປສເຕີ ແລະວີດີໂອໂຄສະນາໃນມື້ດຽວກັນ. ງານປະກວດຄັ້ງນີ້ມີຫົວຂໍ້ວ່າ “ຄຽງຂ້າງກັນ”, ໄດ້ສຸມໃສ່ເລື່ອງລາວທີ່ມີຄວາມອົບອຸ່ນທີ່ເກີດຂຶ້ນໃນຮອບ 60 ປີແຫ່ງການສ້າງສາຍພົວພັນທາງການທູດລະຫວ່າງ ສປປ ລາວ ກັບ ສປ ຈີນ.
ງານປະກວດຄັ້ງນີ້ຈະຮັບປະກວດຜົນງານວີດີໂອ 5 ປະເພດໃນສັງຄົມລາວ ແລະຈີນ ຄື: ຮູບເງົາເລື່ອງສັ້ນ, Vlog, ການໂຄສະນາເພື່ອສາທາລະນະປະໂຫຍດ, MV ເພງມິດຕະພາບລາວ-ຈີນ ແລະຄຼິບສັ້ນທີ່ຖ່າຍດ້ວຍໂທລະສັບມືຖື. ຜູ້ເຂົ້າຮ່ວມການປະກວດຕ້ອງສົ່ງຜົນງານ ວີດີໂອ ຂອງຕົນໃຫ້ແກ່ຄະນະຈັດງານກ່ອນວັນທີ 28 ມີນາ 2021. ກຳມະການຂອງສອງປະເທດລາວ-ຈີນຈະຮ່ວມກັນປະກວດ ແລະຄັດເລືອກເອົາຜູ້ທີ່ໄດ້ຮັບລາງວັນຕ່າງໆ, ສ່ວນຜົນການປະກວດຈະເປີດເຜີຍໃນເດືອນເມສາ 2021.
ເງື່ອນໄຂການສ້າງຜົນງານ
ງານປະກວດວີດີໂອສັ້ນລາວ-ຈີນ ແມ່ນຈັດຂຶ້ນໂດຍສູນອາຊີ-ອາຟຣິກາຂອງສະຖານີວິທະຍຸໂທລະພາບສູນກາງຈີນ(CMG) ແລະກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວລາວ ເພື່ອເພີ່ມພູມມິດຕະພາບລາວ-ຈີນ, ສົ່ງເສີມພະລັງບວກໃນສັງຄົມ ແລະສະແດງໃຫ້ເຫັນຄວາມຮັກແພງອັນຈິງໃຈໃນສັງຄົມມະນຸດ.
1.ຜູ້ເຂົ້າຮ່ວມການປະກວດຕ້ອງເຊັນໜັງສືຮັບປະກັນວ່າ ຜົນງານທີ່ນຳມາເຂົ້າຮ່ວມການປະກວດນັ້ນແມ່ນຜົນງານຂອງຕົນເອງແທ້ທີ່ສ້າງຂຶ້ນດ້ວຍຕົນເອງ, ມີສິດຊັບສິນທາງປັນຍາທັງໝົດຕໍ່ຜົນງານທີ່ນຳມາ, ຫ້າມບໍ່ໃຫ້ແມ່ນຜົນງານທີ່ລັກລອກແບບຜົນງານຄົນອື່ນ ເຊິ່ງບຸກຄົນ ຫຼືທິມງານໃດໜຶ່ງສາມາດນຳມາຫຼາຍຜົນງານເຂົ້າຮ່ວມການປະກວດໃນຫຼາຍລາຍການໄດ້.
2. ຜົນງານທີ່ນໍາເຂົ້າປະກວດຫ້າມບໍ່ໃຫ້ມີຂໍ້ຄວາມ, ຄຳເວົ້າ, ສຽງດົນຕຼີ, ຄຳບັນຍາຍ, ສາກຫຼັງ, ສາກປະກອບໆ ແລະອື່ນໆ ທີ່ຜິດກັບກົດໝາຍແຫ່ງ ສປປ ລາວ ແລະ ສປ ຈີນ; ຫ້າມບໍ່ໃຫ້ ມີເນື້ອຫາລາມົກ-ອານາຈານ, ຄວາມຮຸນແຮງ, ສິ່ງເສບຕິດ, ການພະນັນທີ່ເປັນເນື້ອຫາບໍ່ສ້າງສັນ ແລະ ຫ້າມບໍ່ໃຫ້ມີເນື້ອຫາທີ່ຈຳແນກເຊື້ອຊາດ, ຊົນເຜົ່າ, ສາສະໜາ ແລະ ສັງຄົມເປັນຕົ້ນ.
3.ຜົນງານຕ່າງໆຕ້ອງມີເນື້ອຫາຕິດພັນກັບຫົວຂໍ້ວ່າ “ຄຽງຂ້າງກັນ”, ຄວາມລະອຽດວິດິໂອຄວນໃຫ້ຢູ່ໃນຂະໜາດ 1920×1080, ນອກຈາກຄຼິບສັ້ນທີ່ຖ່າຍດ້ວຍໂທລະສັບມືຖືແລ້ວ, ວິດີໂອປະເພດອື່ນໆ ແມ່ນຕ້ອງໃຫ້ມີ ຄວາມລະອຽດບໍ່ຕໍ່າກວ່າ 1280×720(16:9) ຫຼື 960×720 (4:3), bps(Bit Per Second) ບໍ່ໃຫ້ຕໍ່າກວ່າ 8 Mbps ໃນຮູບແບບ MP4 ຫຼື MOV.
4.ຜູ້ຈັດງານປະກວດມີສິດໃນການນຳໃຊ້, ຮຽບຮຽງ, ຕັດຕໍ່ຜົນງານທີ່ນຳເຂົ້າປະກວດ ແລ້ວເຜີຍແຜ່ທາງວິທະຍຸ, ໂທລະພາບ, ອິນເຕີເນັດແລະສື່ສັງຄົມອອນລາຍຕ່າງໆ; ມີສິດນຳໃຊ້ຜົນງານທີ່ໄດ້ຮັບລາງວັນນັ້ນໄປໃນທາງ ການຄ້າ ຫຼື ມີສິດທິພິເສດໃນການເປັນຕົວແທນ ແລະມີສິດອື່ນໆຕໍ່ຜົນງານດັ່ງກ່າວ.
5. ຜົນງານທີ່ໄດ້ຮັບລາງວັນຈະປະກາດຜ່ານສື່ອອນລາຍ. ຫາກຜົນງານໃດທີ່ເປັນຜົນງານທີ່ລັກລອກແບບຜົນງານຂອງຄົນອື່ນ, ແລະໄດ້ທຳລາຍເຖິງສິດທິຜົນປະໂຫຍດຂອງຝ່າຍທີ 3 , ຜູ້ຖືຜົນງານເຂົ້າຮ່ວມງານປະກວດຄັ້ງນີ້ຈະຕ້ອງຮັບຜິດຊອບທາງກົດໝາຍທັງໝົດ. ແລະ ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍຂອງຄະນະຈັດງານປະກວດອີກດ້ວຍ.
6.ຄະນະຈັດງານປະກວດຄັ້ງນີ້ມີສິດໃນການຕີຄວາມໝາຍຕໍ່ລະບຽບການຂອງງານປະກວດຄັ້ງນີ້.
ເວລາກຳນົດການສົ່ງຜົນງານ
ວັນທີ 1 ກຸມພາ--ວັນທີ 28 ມີນາ 2021
ວິທີເຂົ້າຮ່ວມການແຂ່ງຂັນ
ໃຫ້ທ່ານດາວໂຫຼດແບບຟອມລົງສະໝັກຢູ່ໜ້າຫຼັກເວັບໄຊ
ກໍາມະການ ແລະຂັ້ນຕອນການປະກວດ
ຄະນະກໍາມະການປະກອບດ້ວຍວິຊາການຂອງຝ່າຍລາວ ແລະຝ່າຍຈີນ
ການປະກວດແບ່ງເປັນ 3 ຮອບ ຄື ຮອບທໍາອິດ, ຮອບທີສອງ ແລະຮອບສຸດທ້າຍ.
1.ລາງວັນພິເສດຈາກກໍາມະການ (2 ລາງວັນ)
2. ລາງວັນຮູບເງົາເລື່ອງສັ້ນທີ່ດີເດັ່ນ (1 ລາງວັນ)
3. ລາງວັນ VLOG ທີ່ດີເດັ່ນ (1 ລາງວັນ)
4. ລາງວັນການໂຄສະນາເພື່ອສາທາລະນະປະໂຫຍດທີ່ດີເດັ່ນ (1 ລາງວັນ)
5. ຂວັນໃຈຜູ້ຊົມໃຊ້ທີ່ໂຫວດຜ່ານ APP LAOS GRIP (1 ລາງວັນ)
6. ລາງວັນຜູ້ກຳກັບເດັ່ນ (2 ລາງວັນ)
7. ລາງວັນເນື້ອຫາດີເດັ່ນ (2 ລາງວັນ)
8. ລາງວັນພາບ ແລະສຽງດີເດັ່ນ (2 ລາງວັນ)
9. ລາງວັນຕັດຕໍ່ດີເດັ່ນ (2 ລາງວັນ)
10. ລາງວັນ MV ເພງດີເດັ່ນ (2 ລາງວັນ)
11. ລາງວັນພິເສດຄຼິດສັ້ນທີ່ຖ່າຍດ້ວຍໂທລະສັບມືຖື (2 ລາງວັນ)
ມູນຄ່າລາງວັນທັງໝົດມີເຖິງ 17.000 ໂດລາສະຫະລັດ
ຂໍຂອບໃຈ:
ສະພາການຄ້າຊາວຈີນຕ່າງດ້າວປະຈຳສປປລາວ
ທະນາຄານ ອຸດສາຫະກໍາ ແລະ ການຄ້າຈີນ ຈໍາກັດ ສາຂານະຄອນຫຼວງວຽງຈັນ
ເຂດພັດທະນາກວມລວມໄຊເຊດຖາ ນະຄອງຫຼວງວຽງຈັນ
LANDMARK MEKONG RIVERSIDE HOTEL
ບໍລິສັດ ຫົວເຫວີຍ ເທັກໂນໂລຢີ (ລາວ) ຈຳກັດຜູ້ດຽວ
ບໍລິສັດ ຮ່ວມພັດທະນາສີພັນດອນ ຈຳກັດ
ເຂດເສດຖະກິດພິເສດບຶງທາດຫຼວງ ສປປ ລາວ
ເບີໂທ:021-454515
ອີເມວ:cliff425@163.com