admin

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ChinaABC

ກະສິກຳ

 ຈີນ​ເປັນປະ​ເທດ​ທີ່ຈຳນວນ​ປະຊາກອນ​ກະສິກຳ​ກວມ​ອັດຕາ​ສ່ວນຫຼາຍທີ່​ສຸດ, ກະສິກຳ​ມີ​ຖານະ​ສຳຄັນ​ທີ່​ສຸດ​ໃນ​ເສດຖະກິດ​ຂອງ​ຈີນ. 

​ເຖິງວ່າ​ຈີນ​ມີ​ເນື້ອ​ທີ່​ບົກ 9 ລ້ານ 6 ແສນກິ​ໂລ​ຕາ​ແມັດກໍ​ຕາມ,​ແຕ່​ເນື້ອ​ທີ່​ກະສິກຳມີ​ພຽງ 1 ລ້ານ 2 ແສນ 7 ໝື່ນກິ​ໂລ​ຕາ​ແມັດທໍ່​ນັ້ນ, ກວມ​ເນື້ອ​ທີ່ປູກຝັງ​​ຂອງ​ໂລກ​ປະມານ 7%. ຕົ້ນຕໍ​​ໂຮມ​ສູນ​ຢູ່​ທົ່ງພຽງ​ແລະ​ເຂດຫຼົ້ງໃນພູມ​ອາກາດ​ລົມ​ມໍ​ລະ​ສຸມທີ່ພາກ​ຕາ​ເວັນ​ອອກ. ຂະ​ແໜງ​ການ​ປູກ ຝັງ​ແມ່ນ​ຂະ​ແໜງ​ການ​ຜະລິດ​ກະສິກຳ​ທີ່​ສຳຄັນ​ກວ່າ​​ໝູ່​ຂອງ​ຈີນ, ພືດພັນ​ທັນ​ຍາ​ຫານ​ທີ່ສຳຄັນ​ມີ​ເຂົ້າ, ​ເຂົ້າ​ເບລ, ​ສາລີ​ ແລະ​ຖົ່ວ​ເຫຼືອງ​ເປັນຕົ້ນ, ພືດ​ເສດຖະກິດ​ມີຝ້າຍ,​ ຖົ່ວດິນ, ໝາກ​ນ້ຳ​ມັນ ແລະ​​ຫົວຜັກກາດຫວານ​ເປັນຕົ້ນ.

ກະສິກຳ​ຂອງ​ຈີ​ນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວພາຍຫຼັງ​ດຳ​ເນີນ​ການ​ປະຕິ​ຮູບ​ຢູ່​ຊົນນະບົດ​ເມື່ອ​ປີ 1978 ​. ​ໃນ​ເວລາ 30 ກວ່າ​ປີມາ​ນີ້, ພາຍ​ໃຕ້​ຂອບຂອງລະບອບ​ກຳມະສິດລວມ​ໝູ່, ການ​ປະຕິ​ຮູບ​ຂອງຊົນນະບົດ​ຈີນ​ໄດ້​ຖື​ຕະຫຼາດ​ເປັນ​ສິ່ງ​ຊີ້​ນຳ,​ ໄດ້​ທັບ​ມ້າງ​ໂຄງ​ປະກອບ​​ເກົ່າຢ່າງ​ກ້າຫານ,​ໄດ້ຄົ້​ນຄວ້າຮູບ​​ແບບ​​ໃໝ່​ໃນ​ການບັນລຸ​ເສດຖະກິດ​ລວມ​ໝູ່ພາຍໃຕ້​ເງື່ອນ​ໄຂ​ເສດຖະກິດ​ຕະ ຫຼາດ.   ການ​ປະຕິ​ຮູບ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ໃຫ້​ຊາວກະສິກອນ,​ ໄດ້​ປົດ​ປ່ອຍ ​ແລະ​ພັດທະນາກຳລັງ​ການ​ຜະລິດ​ຂອງ​ຊົນນະບົດ, ເຊິ່ງໄດ້ຊຸກ​ຍູ້​ກະສິກຳ​ເວົ້າ​ລວມ ​ເວົ້າ​ສະ​ເພາະ​ແມ່ນ​ຊຸກຍູ້ການ​ຜະລິດ​ທັນ​ຍາ​ຫານ​ໃຫ້​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ​ ແລະ​​ໄດ້​ປັບປຸງອົງ​ປະກອບ​ກະສິກຳ​ໃຫ້​ດີ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ,​ ເຮັດ​ໃຫ້​ກະສິກຳ​ຂອງ​ຈີນ​ໄດ້​ຮັບ​ຜົນສຳ​ເລັດຢ່າງພົ້ນ​ເດັ່ນ. ປັດຈຸບັນ, ຜົນ​ຜະລິດ​ທັນ​ຍາ​ຫານ, ​ຝ້າຍ, ​​ໝາກ​ນ້ຳ​ມັນ, ໃບ​ຢາສູບ, ຜະລິດ​ຕະພັນ​ປະ​ເພດຊີ້ນ,​ ໄຂ່, ຜະລິດ​ຕະພັນ​ສິນ​ໃນ​ນ້ຳ, ຜັກ​ແລະ​ຜະລິດ​ຕະພັນ​ອື່ນໆຂອງ​ຈີນ​ລ້ວນ​ແຕ່​ເປັນ​ອັນ​ດັບທີ​ໜຶ່ງ​ໃນ​ໂລກ.

​ໃນຊຸມປີ​ຜ່ານມາ​ນີ້, ລັດຖະບານ​ຈີນ​ໄດ້​ຖື​ການ​ພັດທະນາ​ກະສິກຳ​ເປັນ​ວຽກ​ງານ​ຈຸດ​ສຸມ​ມາ​ໂດຍ​ຕະຫຼອດ, ​ໄດ້​​ເພີ່ມ​ງົບປະມານ​ເຂົ້າ​ໃນ​ກະສິກຳ​ໃຫ້​ຫຼາຍ​ຂຶ້ນ​ເລື້ອຍໆ,​ ເຊິ່ງເຮັດ​ໃຫ້​ຊາວກະສິ ກອນມີ​ລາຍ​ໄດ້​ເພີ່ມ​ຂຶ້ນຢ່າງ​ບໍ່ຢຸດ​ຢັ້ງເພື່ອ​ບັນລຸ​​ໃຫ້ຊົນນະ​ບົດ​ກັບ​ຕົວ​ເມືອງ​ພັດທະນາຢ່າງ​ກົມ ກຽວກັນ.