admin

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ChinaABC

ສະພາບ​ພື້ນ​ຖານ​ຂອງ​ອົງ​ປະກອບ​ອຸດສາຫະກຳ​ໂດຍ​ສັງ​ເຂ​ບ

ອົງ​ປະກອບ​ອຸດສາຫະກຳໝາຍ​ເຖິງ​ມາດຕາ​ສ່ວນດ້ານ​ປັດ​ໄຈ​ການ​ຜະລິດ​ລະຫວ່າງຂະ​ແໜງ​ການ​ອຸດສາຫະກຳ​ ແລະ​ການ​ພົວພັນ​ທີ່​ຕ່າງ​ອາ​ໄສ​ກັນ​ ແລະ​ຕ່າງ​ຜູກ​ມັດ​ເຊິ່ງ​ກັນ​ ແລະກັນ​ລະ ຫວ່າງ​ປັດ​ໄຈ​ເຫຼົ່ານີ້, ຕົ້ນຕໍ​ລວມທັງ​ການ​ພົວພັນ​ດ້ານມາດຕາ​ສ່ວນ​ລະຫວ່າງ​ສາມ​​ຂະ​ແໜງອຸດ ສາຫະກຳ ຄືກະສິກຳ, ອຸດສາຫະກຳ​ ແລະ​ຂະ​ແໜງ​ການ​ບໍລິ​ການ ​ແລະ​ການ​ພົວພັນດ້ານ​ມາດຕາ​ສ່ວນ​ລະຫວ່າງ​ຂະ​ແໜງ​ການ​ຕ່າງໆ. 

ນັບ​ຕັ້ງ​ແຕ່ປະ​ເທດ​ຈີນ​ໃໝ່ສະຖາປະນາ​ຂຶ້ນ​ໃນ​ປີ 1949 ​ເປັນຕົ້ນມາ, ອົງ​ປະກອບ​ອຸດສາ ຫະກຳ​ຂອງ​ຈີນ​ໄດ້​ຜ່ານ​ສາມ​ໄລຍະ​ການພັດທະນາ​ຄື: ​ໄລຍະ​ທີ​ໜຶ່ງ​​ແມ່ນແຕ່​ຕົ້ນຊຸມ​ປີ 1950 ​ຮອດ​ທ້າຍ​ຊຸມ​ປີ 1970, ຈີນ​ໄດ້​ປ່ຽນ​ແປງ​ຄຸນ​ລັກສະນະຂອງ​ເສດຖະກິດ​ເຄິ່ງຫົວ​ເມືອງ​ຂຶ້ນຢ່າງ​ວ່ອງ​ໄວ,​ ໄດ້​ສ້າງ​ພື້ນຖານ​ຫັນ​ເປັນ​ອຸດສາ​ຫະກຳ​ໃນ​ເບື້ອງ​ຕົ້ນ. ​ໄລຍະ​ທີ​ສອງ​ແມ່ນ​ແຕ່​ປີ 1979 ຮອດ​ຕົ້ນຊຸມ​ປີ 1990, ຈີນ​ໄດ້​ປະຕິບັດ​ແນວທາງການ​ປະຕິ​ຮູບ ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ,​ ໄດ້​ສັບ​ຊ້ອນ​ອົງ​ປະກອບ​ອຸດສາຫະກຳ​ຢ່າງບໍ່ຢຸດ​ຢັ້ງ,​ ເຮັດ​ໃຫ້​ປະ​ເທດ​ກ້າວ​ເຂົ້າ​ສູ່​ໄລຍະ​ກາງຂອງ​ການ​ຫັນ​ເປັນ​ອຸດສາຫະກຳ. ​ໄລຍະ​ທີ​ສາມ​ແມ່ນຫຼັງຈາກ​ຈີນ​ສະ​ເໜີ​ການ​ສ້າງ​ໂຄງ​ປະກອບ​ເສດ ຖະກິດ​ຕະຫຼາດສັງຄົມ​ນິຍົມ​ເມື່ອ​ຕົ້ນຊຸມ​ປີ 1990 ຈົນ​ຮອດກ່ອນຫຼືຫຼັງ​ປີ 2020,​ ໃນ​ຂະນະ​ທີ່​ບັນລຸ​ການ​ຫັນ​ເປັນ​ອຸດສາຫະກຳ​ນັ້ນ, ຈີນ​ຈະ​ສຳ​ເລັດ​ການ​ຫັນ​ເປັນ​​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ​ໃນ​ເບື້ອງ​ຕົ້ນ.

​ໃນ 60 ກວ່າ​ປີ​ມາ​ນີ້, ມາດຕາ​ສ່ວນ​ລະຫວ່າງ ​3 ຂະ​ແໜງ​ການ​ອຸດສາຫະກຳຂອງ​ຈີນ​ກໍ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍສົມຄວນ. ​ແຕ່​ຕົ້ນຊຸມ​ປີ 1950 ​ຮອດ​ປີ 2012, ມາດຕາ​ສ່ວນ​ຂອງ​ກະສິກຳ​ຂອງ​ຈີນ​ໄດ້​ຫຼຸດຈາກ 45,4% ​ເຫຼື​ອພຽງ 10,1% ​ໃນ​ປີ 2012; ມາດຕາ​ສ່ວນ​ຂອງ​ອຸດສາຫະກຳ​ໄດ້​ເພີ່ມ​ຈາກ 34,4% ຂຶ້ນຮອດ 45,3%; ມາດຕາ​ສ່ວນ​ຂອງ​ຂະ​ແໜງ​ການ​ບໍລິການ​ໄດ້​​ເພີ່ມຈາກ 20,2% ຂຶ້ນຮອດ 44,6%.