ອາເມຣິກາຈະປະຖິ້ມ “ສັນຊາດຕະຍານ” ທີ່ກໍ່ຄວາມວຸ້ນວາຍໄດ້ຫຼືບໍ່?

2022-03-21 21:51:21 cri

ວັນທີ 20 ມີນາປີ 2003, ອາເມຣິກາກໍ່ສົງຄາມອີຣັກໂດຍບໍ່ໄດ້ຮັບການອະນຸມັດຈາກອົງການສະຫະປະຊາຊາດ, ແລະໄດ້ໂຄ່ນລົ້ມລັດຖະບານຊັກດຳ ຣຸດເຊນ ໃນສຸດທ້າຍ, ຫຼັງຈາກນັ້ນປະເທດອີຣັກໄດ້ຕົກຢູ່ໃນສະພາບທີ່ບໍ່ມີລັດຖະບານເປັນຊົ່ວໄລຍະໜຶ່ງ. ອີງຕາມຕົວເລກສະຖິຕິ, ເລີ່ມແຕ່ເກີດສົງຄາມອີຣັກເມື່ອປີ 2003 ຫາປີ 2022, ປະຊາຊົນອີຣັກເສຍຊີວິດຍ້ອນສາເຫດບໍ່ເປັນປົກກະຕິມີຈຳນວນຫຼາຍເຖິງ 1ແສນ 8 ໝື່ນຄົນຫາ 2 ແສນຄົນ. ໃນໄລຍະ 19 ປີຜ່ານມາ, ພາຍໃຕ້ການປົກຄອງດ້ວຍຂອງລະບົບປະຊາທິປະໄຕແບບອາເມຣິກາ, ການເມືອງ, ເສດຖະກິດ, ຊີວິດການເປັນຢູ່ຂອງປະຊາຊົນແລະດ້ານອື່ນໆຂອງອີຣັກເກືອບວ່າບໍ່ມີການພັດທະນາຫຍັງເລີຍ. ນັບມາຮອດປັດຈຸບັນ, ຂະແໜງການປິ່ນປົວພະຍາດ, ອຸດສາຫະກຳ, ການທະນາຄານແລະອື່ນໆຂອງອີຣັກຍັງຫຼ້າຫລັງກວ່າລະດັບສະເລ່ຍຂອງໂລກ.

ຫວ່າງມໍ່ໆມານີ້, ບັນຫາອູແກຼນໄດ້ໜັກໜ່ວງກວ່າເກົ່າຢ່າງຕໍ່ເນື່ອງ. ໃນເວລາທີ່ປະຊາຄົມໂລກຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງແກ້ໄຂບັນຫາອູແກຼນໂດຍຜ່ານການເຈລະຈາ, ອາເມຣິກາແລະປະເທດຕາເວັນຕົກອື່ນໆຊ້ຳພັດໄດ້ຍຸຍົງສົ່ງເສີມອິດທິກຳລັງຕໍ່ຕ້ານຣັດເຊຍຂອງອູແກຼນຢ່າງບໍ່ຢຸດຢັ້ງ, ຍິ່ງໄປກວ່ານັ້ນຍັງໄດ້ຂົນສົ່ງອາວຸດຍຸກໂທປະກອນໃຫ້ແກ່ອູແກຼນຢ່າງຫຼວງຫຼາຍ. ຈາກຄວາມຈົງໃຈສ້າງເລື່ອງກ່ຽວກັບຄວາມສ່ຽງຈະເກີດສົງຄາມລະຫວ່າງອູແກຼນກັບຣັດເຊຍຮອດການສົ່ງທະຫານຈຳນວນຫຼວງຫຼາຍໄປປະຈຳຢູ່ປະເທດອ້ອມຂ້າງຂອງຣັດເຊຍ, ສົ່ງຜົນເຮັດໃຫ້ຄວາມຂັດແຍ້ງກັນລະຫວ່າງອູແກຼນກັບຣັດເຊຍຮຸນແຮງຂຶ້ນເທື່ອລະກ້າວ. ສາມາດເວົ້າໄດ້ວ່າ: ອາເມຣິກາແມ່ນຜູ້ກໍ່ເຫດການຢູ່ສະຖານະການເຄັ່ງຕຶງຂອງອູແກຼນໃນປັດຈຸບັນ.

ທີ່ຈິງແລ້ວ, ນີ້ເປັນພຽງສ້ຽວໜຶ່ງທີ່ອາເມຣິກາກໍ່ຄວາມວຸ້ນວາຍໃນທົ່ວໂລກ. ເມື່ອເບິ່ງຈາກປະຫວັດສາດແລະຄວາມເປັນຈິງແລ້ວເລີ່ມແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ, ອາເມຣິກາໄດ້ກໍ່ຄວາມວຸ້ນວາຍແລະກໍ່ສົງຄາມພາຍໃນຂອບເຂດທົ່ວໂລກເລື້ອຍໆເພື່ອຮັກສາຄວາມເປັນເຈົ້າໂລກຂອງຕົນ. ວັນທີ 17 ມີນານີ້ຕາມເວລາທ້ອງຖິ່ນ, ປະຊາຊົນແຊັກບີຜູ້ນິຍົມເບິ່ງການແຂ່ງຂັນເຕະບານໄດ້ຂືງປ້າຍໂຄສະນາໃຫຍ່ 6 ປ້າຍຢູ່ເວທີຊົມການແຂ່ງຂັນ, ໃນປ້າຍເຫຼົ່ານີ້ໄດ້ລະບຸຊື່ 20 ກວ່າປະເທດທີ່ຖືກອາເມຣິກາແລະນາໂຕຮຸກຮານໂດຍກົງຫຼືທາງອ້ອມຕາມເວລາຢ່າງລະອຽດເຊັ່ນ: ສປປ. ເກົາຫຼີ ປີ 1950; ກົວເຕມາລາ ປີ 1954, ອິນໂດເນເຊຍ ປີ 1958, ກູບາ ປີ 1961, ຫວຽດນາມ ປີ 1961, ກົງໂກ ປີ 1964, ສປ. ລາວ ປີ 1964, ເບຼຊີນປີ 1964…… ລີບີປີ 2011, ຊີເຣຍປີ 2011.

ຕາມຄວາມຄິດເຫັນຂອງອາເມຣິກາ, ໂລກເກີດມີຄວາມວຸ້ນວາຍແລ້ວ, ຕົນເອງຈຶ່ງມີໂອກາດໄດ້ຜົນປະໂຫຍດ. ໃນຫຼາຍປີຜ່ານມານີ້, ອາເມຣິກາໄດ້ແຊກແຊງວຽກງານພາຍໃນຂອງປະເທດອື່ນແລະໂຄ່ນລົ້ມລັດຖະບານປະເທດອື່ນຕາມລຳພັງໃຈດ້ວຍຂໍ້ອ້າງຕ່າງໆເຊັ່ນ: “ປົກປັກຮັກສາປະຊາທິປະໄຕແລະເສລີພາບ”, “ການແຊກແຊງເພື່ອມະນຸດສະທຳ” ແລະອື່ນໆ, ໄດ້ສ້າງຄວາມວຸ້ນວາຍຕໍ່ສະຖຽນລະພາບຂອງພາກພື້ນ, ຂົ່ມຂູ່ເຖິງສັນຕິພາບແລະຄວາມໝັ້ນຄົງຂອງໂລກ. ອາເມຣິກາເອງຄືແຫຼ່ງຄວາມວຸ້ນວາຍໃຫຍ່ທີ່ສຸດຂອງໂລກ.

ເຖິງວ່າສົງຄາມອີຣັກໄດ້ຜ່ານໄປ 19 ປີແລ້ວ, ແຕ່ວ່າອີຣັກໃນປັດຈຸບັນຍັງມີບາດແຜສົງຄາມເຫັນເຕັມຕາ. ຂະນະທີ່ພາຍໃຕ້ສະຖານະການໃນປັດຈຸບັນ, ປະຕູທີ່ແກ້ໄຂບັນຫາອູແກຼນທາງການເມືອງຍັງບໍ່ທັນໄດ້ປິດລົງ, ຈີນກໍໄດ້ສືບຕໍ່ຊຸກຍູ້ການເຈລະຈາສັນຕິພາບດ້ວຍວິທີຂອງຕົນ. ຈີນຫວັງໃຫ້ອາເມຣິກາຈົ່ງປະຖິ້ມ “ສັນຊາດຕະຍານ” ການກໍ່ຄວາມວຸ້ນຍາຍຂອງຕົນ, ຫຼີກເວັ້ນບໍ່ໃຫ້ບັນຫາອູແກຼນຊຸດໂຊມລົງຕື່ມອີກ. ຖ້າບໍ່ດັ່ງນັ້ນ, ການກະທຳທີ່ອັບປີຂອງອາເມຣິກາທີ່ສ້າງຄວາມວຸ້ນວາຍຕໍ່ທົ່ວໂລກນັ້ນກໍຈະສ້າງຜົນຮ້າຍຕໍ່ອາເມຣິກາເອງເຊັ່ນກັນໃນທີ່ສຸດ.