ປະຊາທິປະໄຕປະຊາຊົນທົ່ວຂະບວນການແມ່ນພຶດຕິກຳສຳເລັດຜົນຂອງຈີນໃນເສັ້ນທາງປະຊາທິປະໄຕ

2022-03-22 16:39:30 cri

ດວງ: ສະບາຍດີທ່ານຜູ້ຊົມ, ດວງພະຈັນ ແລະ ອາດິສັກມາພົບກັບທ່ານອີກແລ້ວ.

ສັກ: ເຈົ້າ, ສະບາຍດີ.

ດວງ: ອາທິດແລ້ວນີ້, ເຮົາສອງຄົນໄດ້ອະທິບາຍກ່ຽວກັບປະຊາທິປະໄຕປະຊາຊົນທົ່ວຂະບວນການຂອງຈີນ, ມີຜູ້ຊົມຫຼາຍທ່ານໄດ້ສົນໃຈນຳເລື່ອງນີ້ຫຼາຍ.

ສັກ: ແມ່ນແລ້ວ, ສອງມື້ກ່ອນ, ຂ້ອຍໄດ້ກວດເບິ່ງຄຳເຫັນຂອງຜູ້ຊົມທັງຫຼາຍ, ມີຜູ້ໜຶ່ງຖາມວ່າ: ລະບຽບການລວມສູນປະຊາທິປະໄຕ ກັບ ລະບຽບການປະຊາທິປະໄຕປະຊາຊົນທົ່ວຂະບວນການ ມີຄວາມຕ່າງກັນແນວໃດ, ດວງພະຈັນອະທິບາຍສູ່ຟັງໄດ້ບໍ?

ດວງ: ເຈົ້າ! ທີ່ຈິງແລ້ວ, ກໍມີຄວາມຕ່າງກັນຫຼາຍ. ລະບຽບການລວມສູນປະຊາທິປະໄຕໝາຍຄວາມວ່າ: “ຕ້ອງມີການລວມສູນບົນພື້ນຖານປະຊາທິປະໄຕ ແລະ ປະຊາທິປະໄຕຢູ່ພາຍໃຕ້ການຊີ້ນຳຂອງຫຼັກການລວມສູນ ມາປະສານສົມທົບກັນ.” ເວົ້າງ່າຍໆກໍແມ່ນ: ຕ້ອງມີປະຊາທິປະໄຕກ່ອນ, ໃຫ້ຄົນທັງຫຼາຍສະເໜີຄວາມເຫັນແລະຂໍ້ສະເໜີຂອງຕົນອອກມາຢ່າງກວ້າງຂວາງ ແລ້ວຈິ່ງລວມສູນຄວາມເຫັນແລະຂໍ້ສະເໜີເຫຼົ່ານີ້ເຂົ້າກັນ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ ແລະ ມີແຜນການແກ້ໄຂໃນທີ່ສຸດ. ຢູ່ປະເທດຈີນຍຸກປະຈຸບັນ, ການຕັດສິນນະໂຍບາຍທຸກປະການລ້ວນແລ້ວແຕ່ຈະຕ້ອງໄດ້ຜ່ານຂັ້ນຕອນປະຊາທິປະໄຕຢ່າງເຕັມທີ່ ເພື່ອຂໍຄວາມເຫັນນຳທຸກຝ່າຍ. ຕົວຢ່າງຄື: “ປະມວນກົດໝາຍແພ່ງ” ທີ່ພົວພັນເຖິງໝົດທຸກຄົນນັ້ນ, ເຄີຍຂໍຄວາມເຫັນໃນຂອບເຂດທົ່ວປະເທດຈີນເຖິງ 10 ຄັ້ງ ໂດຍໄດ້ຮັບຄວາມເຫັນແລະຂໍ້ສະເໜີຈຳນວນ 1 ລ້ານກວ່າຂໍ້.

ສັກ: ຈ້າວ! ຊັ້ນກ່ຽວກັບ, ປະຊາທິປະໄຕປະຊາຊົນທົ່ວຂະບວນການເດ້?

ດວງ: ປະຊາທິປະໄຕປະຊາຊົນທົ່ວຂະບວນການມີເນື້ອໃນສຳຄັນດັ່ງນີ້, ໜຶ່ງ: ປະຊາທິປະໄຕຕ້ອງກວມເອົາ “ປະຊາຊົນທຸກຖ້ວນໜ້າ”; ສອງ, ເນື້ອໃນຂອງປະຊາທິປະໄຕຕ້ອງ “ສົມບູນຄົບຖ້ວນ” ແລະ ສາມ, ຂັ້ນຕອນຂອງປະຊາທິປະໄຕຕ້ອງ “ຄົບຖ້ວນ”. ສະຫຼຸບແລ້ວວ່າ, ຈາກການສ້າງກົດໝາຍຂອງລັດຖະບານ ຈົນເຖິງເລື່ອງເລັກໆນ້ອຍໆຂອງປະຊາຊົນ, ລ້ວນແຕ່ສາມາດໄດ້ຮັບການແກ້ໄຂດ້ວຍວິທີປະຊາທິປະໄຕ.

ສັກ: ຍົກຕົວຢ່າງໃຫ້ຮູ້ແດ່ ໄດ້ບໍ່?

ດວງ: ຈ້າວ, ຕົວຢ່າງຄື: ເພື່ອຮຽບຮຽງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14  ແລະ ເປົ້າໝາຍໄລຍະຍາວປີ 2035, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ລົງໄປກວດກາວຽກງານຢູ່ຫຼາຍທ້ອງຖິ່ນ, ໄດ້ເປັນປະທານຈັດກອງປະຊຸມສຳມະນາຫົວຂໍ້ສະເພາະ 7 ຄັ້ງ, ໄດ້ຊຸກຍູ້ການຂໍຄວາມເຫັນຜ່ານທາງອິນເຕີເນັດເປັນຄັ້ງທຳອິດ ໂດຍໄດ້ຮັບຄວາມເຫັນແລະຂໍ້ສະເໜີ 1 ລ້ານກວ່າຂໍ້ຈາກຊາວເນັດທັງຫຼາຍ. ໃນໄລຍະຈັດກອງປະຊຸມສອງສະພາຂອງຈີນໃນປີ 2021, ທ່ານສີຈິ້ນຜິງໄດ້ຮັບຟັງຄວາມເຫັນ ແລະ ຂໍ້ສະເໜີຈາກຜູ້ແທນສະພາປະຊາຊົນ ແລະ ກຳມະການສະພາປຶກສາການເມືອງຢ່າງກວ້າງຂວາງ. ຜູ້ແທນ ແລະ ກຳມະການທັງຫຼາຍກໍໄດ້ຄົ້ນຄວ້າພິຈາລະນາຮ່າງແຜນການຢ່າງລະອຽດ. ໃນທີ່ສຸດ, ໄດ້ປັບປຸງຮ່າງແຜນການ 5 ປີຄັ້ງທີ 14 ລວມ 55 ບ່ອນ ໂດຍອີງຕາມຄວາມເຫັນແລະຂໍ້ສະເໜີຈາກຝ່າຍຕ່າງໆ. ທົ່ວຂະບວນການຮ່າງແຜນການ 5 ປີຄັ້ງທີ 14 ແລະ ເປົ້າໝາຍໄລຍະຍາວປີ 2035 ກໍໄດ້ສ່ອງແສງໃຫ້ເຫັນເຖິງປະຊາທິປະໄຕປະຊາຊົນທົ່ວຂະບວນການຢ່າງເຕັມທີ່.

ສັກ: ຕາມຄວາມເຂົ້າໃຈຂອງຂ້ອຍເອງ, ແມ່ນແນວນີ້ບໍ? ປະຊາທິປະໄຕປະຊາຊົນທົ່ວຂະບວນການ ກໍແມ່ນໃຫ້ປະຊາຊົນເຂົ້າຮ່ວມທົ່ວຂະບວນການປະຊາທິປະໄຕ ເຊັ່ນ: ການປຶກສາຫາລືປະຊາທິປະໄຕ, ການຄຸ້ມຄອງປະຊາທິປະໄຕ, ການປະເມີນປະຊາທິປະໄຕ ແລະ ການຕິດຕາມປະຊາທິປະໄຕ. ເວົ້າງ່າຍໆກໍແມ່ນ: ປະຊາຊົນໄດ້ເຂົ້າຮ່ວມທຸກດ້ານຂອງປະຊາທິປະໄຕ.

ດວງ: ແມ່ນແລ້ວ. ຖ້າເວົ້າວ່າ, ລະບຽບການລວມສູນປະຊາທິປະໄຕແມ່ນເນັ້ນໃສ່ “ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ”. ຄັນຊັ້ນ, ປະຊາທິປະໄຕປະຊາຊົນທົ່ວຂະບວນການແມ່ນເນັ້ນໃສ່ປະຊາທິປະໄຕແບບຄົບວົງຈອນ, ເຮັດໃຫ້ທຸກຄົນລ້ວນແຕ່ມີໂອກາດເຂົ້າຮ່ວມການຕັດສິນນະໂຍບາຍຂອງລັດຖະບານ, ນີ້ກໍແມ່ນຈີນໄດ້ປະກອບສ່ວນສຳຄັນຕໍ່ການພັດທະນາອະລິຍະທຳດ້ານການເມືອງຂອງໂລກ.

ສັກ: ຈ້າວ! ຂອບໃຈດວງພະຈັນ ທີ່ໄດ້ອະທິບາຍໃຫ້ຂ້ອຍເຂົ້າໃຈຫຼາຍຂື້ນກວ່າເກົ່າ ພ້ອມໆກັບທ່ານຜູ້ຊົມທີ່ກໍາລັງຊົມລາຍການຂອງພວກເຮົາຢູ່ໃນຕອນນີ້.

ດວງ: ຍິນດີສະເໝີ! ໂອກາດໜ້າພົບກັນໃໝ່ ລາກ່ອນ ສະບາຍດີ.