“ໄລຍະເວລາເຂົ້າຮ່ວມກອງປະຊຸມສອງສະພາ” ຂອງທ່ານສີຈິ້ນຜິງ: ເຮັດໃຫ້ຊາວໂລກເຂົ້າໃຈ “ການປົກຄອງບໍລິຫານຂອງຈີນ”

2022-03-22 14:39:25 cri


 

ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຫຼື ເອີ້ນຫຍໍ້ວ່າ “ກອງປະຊຸມສອງສະພາ”ທີ່ຈັດຂຶ້ນໃນເດືອນມີນາຂອງທຸກໆປີ, ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ກັບຊາວໂລກ. ຫຼາຍຄົນເຫັນວ່າ “ກອງປະຊຸມສອງສະພາຂອງຈີນໄດ້ວາງເປົ້າໝາຍການພັດທະນາທີ່ແນ່ນອນໄວ້ຢູ່ຕໍ່ໜ້າປະຊາຊົນທົ່ວປະເທດ” “ແມ່ນກອງປະຊຸມສອງສະພາທີ່ຖືຄົນເປັນກົກ ແລະ ເອົາໃຈໃສ່ຊີວິດການເປັນຢູ່ຂອງປະຊາຊົນ” “ແມ່ນກາລະໂອກາດສຳຄັນທີ່ຄະນະນຳ ແລະ ວົງການຕ່າງໆຂອງຈີນຮ່ວມກັນປຶກສາຫາລືກ່ຽວກັບວຽກງານສຳຄັນຂອງປະເທດຢ່າງເຕັມສ່ວນ”.

 

ສະມາຊິກສອງສະພາທີ່ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລືວຽກງານສຳຄັນຂອງລັດ, ຮັບຮູ້ເລື່ອງນ້ອຍເລື່ອງໃຫຍ່, ວາງແຜນພັດທະນາຢ່າງເປັນເອກະພາບກັນ, ຮູບແບບການປົກຄອງບໍລິຫານປະເທດຂອງຜູ້ນຳຈີນໄດ້ກາຍເປັນພາກສ່ວນໜຶ່ງທີ່ເລິກເຊິ່ງທີ່ສຸດໃນພາບປະທັບໃຈຂອງຜູ້ສັງເກດການຕ່າງປະເທດທີ່ມີຕໍ່ກອງປະຊຸມສອງສະພາຂອງຈີນ.

 

“ໄລຍະເວລາເຂົ້າຮ່ວມກອງປະຊຸມສອງສະພາ” ຂອງທ່ານສີຈິ້ນຜິງໃນປີ 2022 ແມ່ນເລີ່ມຈາກວັນທີ 4 ມີນາ.

 

ໃນຕອນເຊົ້າວັນທີ 4 ມີນາປີ 2022, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມກອງປະຊຸມກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 5 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 13, ຮ່ວມກັບຜູ້ແທນປະຊາຊົນສະພາປະຊາຊົນແຫ່ງຊາດຈີນເກືອບ 3000 ຄົນໄດ້ກົດປຸ໋ມລົງຄະແນນສຽງ, ເລືອກຕັ້ງຄະນະປະທານ ແລະ ເລຂາທິການກອງປະຊຸມ, ລົງຄະແນນສຽງຮັບຮອງວາລະກອງປະຊຸມ. ໃນຕອນບ່າຍມື້ດຽວກັນ, ທ່ານສີຈິ້ນຜິງກໍໄດ້ເຂົ້າຮ່ວມພິທີເປີດກອງປະຊຸມຄັ້ງທີ 5 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 13.

 


ຕົ້ນສາລີໃນຖານຜະລິດວັດຖຸດິບສຳລັບຜະລິດອາຫານອິນຊີລ້ານມູ໋ແຫ່ງຊາດຕາມມາດຕະຖານຢູ່ເມືອງຫຼີຊູ້ນະຄອນຊືຜິງແຂວງຈີລິນ(ຖ່າຍໃນວັນທີ 23 ກໍລະກົດປີ2020)

 

ນອກຈາກສົນໃຈນຳຖານະຂອງທ່ານສີຈິ້ນຜິງທີ່ເປັນ “ຜູ້ນຳພັກ ແລະ ລັດ”ຂອງຈີນ ແລ້ວ, ທ່ານເຜີງຣຸ້ນນຽນ ນັກຄົ້ນຄວ້າຊັ້ນສູງຂອງມະຫາວິທະຍາໄລບາດຂອງອາເມຣິກາໄດ້ສົນໃຈເປັນພິເສດນຳຖານະທີ່ເປັນ “ຜູ້ແທນປະຊາຊົນ” ຂອງທ່ານສີຈິ້ນຜິງ. ປີ 2018, ທ່ານສີຈິ້ນຜິງໄດ້ຮັບເລືອກຕັ້ງເປັນຜູ້ແທນສະພາປະຊາຊົນແຫ່ງຊາດຈີນຊຸດທີ 13 ຢູ່ເຂດປົກຄອງຕົນເອງມົງໂກໃນຈີນ, ຫຼັງຈາກນັ້ນ ໃນກອງປະຊຸມສອງສະພາທຸກໆປີ ທ່ານສີຈິ້ນຜິງລ້ວນແຕ່ໄດ້ເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນມົງໂກໃນ. ຕາມຄວາມເຫັນຂອງທ່ານເຜີງຣຸ້ນນຽນ, ຜູ້ນຳຈີນຕັ້ງໜ້າປະຕິບັດພາລະໜ້າທີ່ຂອງຜູ້ແທນປະຊາຊົນ, ເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນທີ່ຕົນສັງກັດນັ້ນ, ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນທີ່ສະເໝີພາບກັນລະຫວ່າງຜູ້ແທນທັງໝົດ.

 

ໃນຖານະເປັນ “ລູກຊາຍເຂດດິນເຫຼືອງ”, ທ່ານສີຈິ້ນຜິງກ້າວມາຈາກທ່າມກາງປະຊາຊົນ, ຖືເອົາປະຊາຊົນໄວ້ຢູ່ໃນໃຈໃນຖານະສູງສຸດ. “ປັດຈຸບັນພວກສະຫາຍປູກພືດຫຍັງ?” “ທາງດ່ວນໄດ້ໄປຮອດບ້ານສະຫາຍແລ້ວບໍ່?” ໃນກອງປະຊຸມສອງສະພາທຸກໆປີ, ທ່ານສີຈິ້ນຜິງ ແລະ ສະມາຊິກສອງສະພາໄດ້ແລກປ່ຽນຄວາມເຫັນກ່ຽວກັບເລື່ອງທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນຢ່າງໃກ້ຊິດຫຼາຍທີ່ສຸດ.

 


ວັນທີ 12 ມັງກອນປີ2022 ລູກຄ້າກຳລັງເລືອກຊື້ຜັກຢູ່ໃນຮ້ານຊຸບເປີມາເກັດແຫ່ງໜຶ່ງຢູ່ນະຄອນນານ ກິ່ງແຂວງຈ່ຽງຊູ

 

ໃນກອງປະຊຸມສອງສະພາປີນີ້, ສິ່ງທີ່ທ່ານສີຈິ້ນຜິງເອົາໃຈໃສ່ຫຼາຍທີ່ສຸດຍັງຄົງແມ່ນ ເລື່ອງ“ຊີວິດການເປັນຢູ່ຂອງປະຊາຊົນ”. ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການປະກັນສັງຄົມ, ມີຄວາມໝາຍທີ່ສຳຄັນຕໍ່ການຮັບປະກັນສຸຂະພາບ ແລະຄວາມປອດໄພໃນຊີວິດການເປັນຢູ່ຂອງປະຊາຊົນ. ຕອນບ່າຍວັນທີ 6 ມີນາ ປີ 2022, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມສະມາຊິກ ວົງການກະສິກຳ ສະຫວັດດີການສັງຄົມ ແລະ ປະກັນສັງຄົມທີ່ເຂົ້າຮ່ວມກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ, ແລະເນັ້ນໜັກວ່າ: “ຕ້ອງຮັບປະກັນການສະໜອງອາຫານຊະນິດຕ່າງໆຢ່າງມີປະສິດທິຜົນ, ເຊັ່ນ ຊີ້ນ, ຜັກ, ໝາກໄມ້, ຜະລິດຕະພັນສິນໃນນ້ຳ ແລະອື່ນໆ, ຂາດຊະນິດໃດກໍບໍ່ໄດ້.” “ຕ້ອງເຝົ້າຮັກສາ “ເງິນປະກັນຄ່າຄອງຊີບຜູ້ເຖົ້າ” ແລະ“ເງິນປະກັນຊີວິດ”ທຸກກີບຂອງປະຊາຊົນໃຫ້ດີ”, ເຊິ່ງຄວາມເວົ້າທີ່ອົບອຸ່ນແຕ່ລະຄວາມຂອງທ່ານສີຈິ້ນຜິງໄດ້ສະແດງໃຫ້ເຫັນເຖິງຈິດໃຈເອົາໃຈໃສ່ປະຊາຊົນທັງນັ້ນ.

 

ປະຊາຊົນເປັນພື້ນຖານຂອງປະເທດຊາດ, ເມື່ອພື້ນຖານມີຄວາມໜັກແໜ້ນແລ້ວ ປະເທດຊາດຈຶ່ງມີຄວາມໝັ້ນຄົງ. ຈາກຄວາມເວົ້າອັນໜັກແໜ້ນຂອງທ່ານສີຈິ້ນຜິງທີ່ວ່າ “ຄວາມປາຖະໜາຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ອັນດີງາມ ກໍແມ່ນເປົ້າໝາຍສູ້ຊົນຂອງພວກເຮົາ”ທີ່ທ່ານກ່າວໃນເວລາພົບປະກັບນັກຂ່າວຈີນ ແລະຕ່າງປະເທດພາຍຫຼັງການຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ມາຮອດຄວາມໃນໃຈທີ່ວ່າ “ຂ້ອຍຈະບໍ່ຄິດເພື່ອຕົນເອງ, ແລະຈະບໍ່ເຮັດໃຫ້ປະຊາຊົນຜິດຫວັງ” ເຊິ່ງທ່ານໄດ້ກ່າວໃນເວລາສົນທະນາກັບມິດຕ່າງປະເທດຕອນໄປຢ້ຽມຢາມຕ່າງປະເທດໃນຖານະເປັນຜູ້ນຳປະເທດ, ຕະຫຼອດຮອດຄຳສັ່ງທີ່ວ່າ “ສຳລັບປະຊາຊົນຜູ້ທຸກຍາກ ພວກເຮົາຕ້ອງຕິດຕາມເປັນພິເສດ ຮັກແພງເປັນພິເສດ ແລະ ເອົາໃຈໃສ່ເປັນພິເສດ” ເຊິ່ງທ່ານໄດ້ກ່າວໃນເວລາທີ່ເນັ້ນໜັກວ່າ “ເລື່ອງຊີວິດການເປັນຢູ່ຂອງປະຊາຊົນບໍ່ມີເລື່ອງນ້ອຍ”ໃນກອງປະຊຸມສອງສະພາປີ2022, ເມື່ອຕິດຕາມບາດກ້າວເດີນໃນການປົກຄອງບໍລິຫານປະເທດຂອງທ່ານສີຈິ້ນຜິງ, ຜູ້ສັງເກດການຕ່າງປະເທດນັບມື້ນັບຫຼາຍຂຶ້ນໄດ້ເຂົ້າໃຈວ່າ “ການຖືເອົາປະຊາຊົນໄວ້ຢູ່ໃນຖານະເໜືອກວ່າທຸກສິ່ງຢ່າງ” ເປັນຂໍກຸນແຈໃນການເຂົ້າໃຈ “ວິທີການປົກຄອງບໍລິຫານ” ຂອງປະເທດຈີນ.

 

ທ່ານສະກ໋ອດ ເຄລນ ຊາວການາດາທີ່ອາໄສຢູ່ນະຄອນຊຽງໄຮມາເປັນເວລາດົນນານແລ້ວໄດ້ເປັນສັກຂີພິຍານໃຫ້ກັບທົ່ວຂະບວນການແຫ່ງການຕ້ານພະຍາດໂຄວິດ-19 ຂອງຈີນ. ລາວເຫັນວ່າ, ຈີນໄດ້ຄົ້ນຄວ້າຜະລິດວັກຊີນຢ່າງວ່ອງໄວ ແລະສາມາດສັກວັກຊີນໃຫ້ປະຊາຊົນໄດ້ໃນວົງກວ້າງເປັນເວລາສັ້ນໆນັ້ນແມ່ນ “ຜົນສຳເລັດທີ່ໜ້າອັດສະຈັນຫຼາຍ.”  “ລັດຖະບານຈີນມີຄວາມສາມາດຊຸກຍູ້ໃຫ້ທຸກຄົນໃນສັງຄົມຕັ້ງໜ້າກ້າວໄປສູ່ເປົ້າໝາຍຮ່ວມທີ່ມີຄຸນຄ່າທີ່ສຳຄັນ.”

 


ວັນທີ 2 ມີນາປີ2022, ຢູ່ໂຮງຮຽນອະນຸບາຍອາຍເອີປາວເມືອງລຽນຫູນະຄອນຊີ່ອ່ານ ແຂວງສ້ານຊີ່, ເດັກນ້ອຍພິການຫູ 9 ຄົນກຳລັງຮ່ວມກັບເດັກນ້ອຍອື່ນໆຟັງຄູອະທິບາຍໃນໂມງຮຽນ.

 

ເຮັດແນວໃດຈຶ່ງຈະສາມາດແກ້ໄຂການພົວພັນລະຫວ່າງບຸກຄົນກັບລວມໝູ່ ຄວາມຫຼາກຫຼາຍກັບຄວາມເປັນເອກະພາບກັນ, ເຊິ່ງແມ່ນຫົວຂໍ້ສຳຄັນໃນການປົກຄອງບໍລິຫານປະເທດ. ສຳລັບປະເທດຈີນທີ່ມີຜືນແຜ່ນດິນ 9,6 ລ້ານກິໂລຕາແມັດ, ແລະປະຊາກອນຫຼາຍກວ່າ 1,4 ຕື້ຄົນ, ມັນຍິ່ງເປັນການທົດສອບຕໍ່ສະຕິປັນຍາດ້ານການເມືອງຂອງຜູ້ປົກຄອງບໍລິຫານ.

 

ນັບແຕ່ປີ 2013 ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນເຖິງ 53 ເທື່ອ, ແລະໄດ້ແລກປ່ຽນຄວາມຄິດເຫັນກັບສະມາຊິກສອງສະພາຫຼາຍຮ້ອຍຄົນແບບເຊິ່ງໜ້າ. ໃນຄະນະຜູ້ແທນເຫຼົ່ານີ້, ມີແຂວງ ແລະ ກຳແພງນະຄອນທີ່ພັດທະນາຢູ່ເຂດແຄມທະເລພາກຕາເວັນອອກ ແລະ ພາກໃຕ້, ເຊັ່ນ: ຊຽງໄຮ, ກວາງຕຸ່ງ, ຟູຈ້ຽນ ແລະອື່ນໆ, ມີເຂດປົກຄອງຕົນເອງ ແລະແຂວງພາກຕາເວັນຕົກ, ເຊັ່ນເຂດປົກຄອງຕົນເອງມົງໂກໃນ, ແຂວງກ່ານຊູ້, ແຂວງຊິ່ງໄຫ ແລະ ອື່ນໆ. ໃນສະມາຊິກສອງສະພາທີ່ແລກປ່ຽນຄວາມຄິດເຫັນນັ້ນ, ມີຫົວໜ້າຫ້ອງການຄຸ້ມຄອງເຂດຊຸມຊົນ, ກຳມະກອນບໍ່ຖ່ານຫີນ, ຄູສອນໂຮງຮຽນມັດທະຍົມ, ນັກທຸລະກິດເອກະຊົນ, ຍັງມີຜູ້ແທນຊົນເຜົ່າສ່ວນໜ້ອຍ, ບຸກຄົນພັກຝ່າຍປະຊາທິປະໄຕ, ແລະ ກອງທັບປົດປ່ອຍປະຊາຊົນຈີນ.

 


ວັນທີ 8 ກັນຍາປີ2021 ຢູ່ໂຮງຮຽນປະຖົມເຫີຜິງນະຄອນເຫີເຝີຍ ແຂວງອ່ານຮຸ່ຍ, ທ່ານຢາງເຊິ່ນ ຄູສອນເຕັກໂນໂລຊີຂໍ້ມູນຂ່າວສານໄດ້ສອນນັກຮຽນຂອງໜ່ວຍຮຽນຄວາມຮູ້ຫຸ່ນຍົນໃນຫວ່າງໂມງຮຽນຕອນບ່າຍ

 

ທ່ານຮາມເຟຣ ໂມຊີ ຫົວໜ້າສູນຄົ້ນຄວ້າຈີນຂອງມະຫາວິທະຍາໄລດາເຣສຊາລາມ ປະເທດຕັງຊານີເຫັນວ່າ, ຜູ້ນຳຈີນໄດ້ແລກປ່ຽນຄວາມຄິດເຫັນກັບຜູ້ແທນຂອງທ້ອງຖິ່ນ ແລະ ຂະແໜງການຕ່າງໆຂອງທົ່ວປະເທດຢ່າງໃກ້ຊິດ, ເປັນໂອກາດທີ່ດີໃນການຮັບຮູ້ສະພາບຄວາມເປັນຈິງຢູ່ຮາກຖານເພື່ອວາງນະໂຍບາຍ. ທ່ານຊາມີ ເອຮາແມັດ ນັກວິຊາການທີ່ມີຊື່ສຽງຂອງຊອກດານີກ່າວວ່າ, ທ່ານສີຈິ້ນຜິງຮັບຟັງຄວາມເຫັນຂອງບຸກຄົນວົງການຕ່າງໆຢ່າງກວ້າງຂວາງ, ວາງນະໂຍບາຍຢູ່ບົນພື້ນຖານແຫ່ງການຮັບຮູ້ສະພາບການຂອງສັງຄົມ ແລະ ຄວາມຄິດເຫັນຂອງປະຊາຊົນ, ຖືເອົາຜົນປະໂຫຍດຂອງປະຊາຊົນເປັນມາດຕະຖານ, ທັງພິຈາລະນາເຖິງການພັດທະນາ ແລະຄວາມກ້າວໜ້າຂອງປະເທດຊາດ, ແມ່ນ “ໜຶ່ງໃນຜູ້ນຳລະດັບໂລກທີ່ມີຄວາມປີຊາສາມາດດ້ານການນຳພາລະດັບສຸດຍອດ ເຊິ່ງມີຈຳນວນບໍ່ຫຼາຍ.”