ຖອດຖອນບົດຮຽນການພັດທະນານຳປະເທດຈີນ: ຂ້າພະເຈົ້າໄດ້ແຮງບັນດານໃຈ ຈາກແນວຄວາມຄິດຂອງທ່ານປະທານສີຈິ້ນຜິງ

2022-03-23 15:00:45 cri




   ປັດຈຸບັນ, ສະພາບການປ່ຽນແປງຢ່າງໃຫຍ່ຫຼວງໃນຮອບຮ້ອຍປີແລະ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ສະຫຼັບສັບຊ້ອນກັນ, ໂລກໄດ້ ເຂົ້າສູ່ໄລຍະການປ່ຽນແປງແລະຄວາມປັ່ນປ່ວນອັນໃໝ່. ເຮັດແນວໃດຈິ່ງຈະສາ ມາດກ້າວເດີນໄປຂ້າງໜ້າຕາມຂະບວນວິວັດກ້າວໄປໜ້າຂອງປະຫວັດສາດ ແລະ ພັດທະນາໄປທ່າມກາງກະແສການພັດທະນາຂອງຍຸກສະໄໝ, ເຊິ່ງເປັນບັນຫາ ທີ່ບັນດາປະເທດພວມປະເຊີນຮ່ວມກັນຢູ່ໃນປັດຈຸບັນ.ໃນຊຸມປີຜ່ານມານີ້, ທ່ານ ສີຈິ້ນຜິງໄດ້ກ່າວຢືນຢັນໃນຫຼາຍກາລະໂອກາດສຳຄັນໃນສາກົນວ່າ: ຈີນຍິນດີສືບ ຕໍ່ເສີມຂະຫຍາຍບົດບາດຂອງປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ຊຸກຍູ້ການເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆເຊັ່ນ ຫຼຸດຜ່ອນຄວາມທຸກຍາກ, ຮັກສາ ຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກແລະອື່ນໆ. ຈັດຕັ້ງປະຕິບັດວາລະ ການພັດທະນາແບບຍືນຍົງຮອດປີ2030 ຂອງອົງການສະຫະປະຊາຊາດ, ສ້າງປະຊາຄົມຮ່ວມຊາຕາກຳແຫ່ງການພັດທະນາໂລກ.

 

ຈີນໄດ້ບັນລຸເປົ້າໝາຍ ການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຮອບດ້ານ ຕາມເວລາກຳນົດແລ້ວ, ໂດຍສາມາດແກ້ໄຂບັນຫາທຸກຍາກເດັດຖານເປັນ ຄັ້ງປະຫວັດສາດ. ໃນຊຸມປີຜ່ານມານີ້, ເພື່ອນມິດສາກົນຈາກຫຼາຍປະເທດໄດ້ເດີນທາງ ໄປປະເທດຈີນເພື່ອທັດສະນະສຶກສາຕົວແບບການພັດທະນາເສດຖະ ກິດແລະຫຼຸດຜ່ອນຄວາມທຸກຍາກຂອງຈີນ, ເພື່ອຖອດຖອນບົດຮຽນການ ພັດທະນາຈາກແນວຄວາມຄິດແລະພຶດຕິກຳຕົວຈິງໃນການບໍລິຫານ ປະເທດຂອງ ທ່ານປະທານສີຈິ້ນຜິງ.


ທ່ານຄຳຈັນ ບຸດວິໄນ ຮອງນາຍບ້ານບ້ານຊໍ້ ເມືອງສັງທອງນະຄອນຫຼວງວຽງຈັນເຄີຍ ເດີນທາງ ໄປແລກປ່ຽນ ແລະຖອດຖອນບົດຮຽນ ດ້ານການລຶບລ້າງຄວາມທຸກຍາກແລະສ້າງຄວາມຮັ່ງມີຂຶ້ນຢູ່ບ້ານຊົນນະບົດຂອງຈີນໃນປີ2015 ແລະປີ2019. ພຶດຕິກຳຕົວຈິງແຫ່ງການລຶບລ້າງຄວາມທຸກ ຍາກຂອງຈີນໄດ້ເຮັດໃຫ້ທ່ານຄຳຈັນຄົ້ນຄວ້າພິຈາລະນາວ່າຄວນເຮັດແນວໃດຈິ່ງຈະສາມາດປະສານສົມທົບກັບສະພາບຕົວຈິງຂອງບ້ານຊໍ້ເພື່ອນຳໃຊ້ທ່າແຮງຂອງຕົນຄັດເລືອກເສັ້ນທາງລຶບລ້າງຄວາມທຸກຍາກແລະສ້າງຄວາມຮັ່ງມີຂຶ້ນ. ເພື່ອກະ ຕຸ້ນຄວາມຫ້າວຫັນ, ຄວາມເປັນເຈົ້າການແລະຫົວຄິດປະດິດສ້າງຂອງປະຊາຊົນ, ທ່ານຍັງໄດ້ລະດົມຂົນຂວາຍຊາວບ້ານທັງໝົດຮ່ວມກັນຮຽນຮູ້ຕົວແບບລຶບລ້າງ ຄວາມທຸກຍາກຂອງຈີນ.ໃນຂະນະດຽວກັນ,ຜູ້ຊ່ຽວຊານດ້ານການຫຼຸດຜ່ອນຄວາມ ທຸກຍາກຂອງຈີນກໍໄດ້ວາງແຜນການຫຼຸດຜ່ອນຄວາມທຸກຍາກສະເພາະບ້ານຊໍ້ເຊັ່ນກັນ. ເດືອນກັນຍາປີ2017, ຜູ້ຊ່ຽວຊານດ້ານການຫຼຸດຜ່ອນຄວາມທຸກຍາກຈາກເຂດ ກວາງຊີປະເທດຈີນແລະເຈົ້າໜ້າທີ່ຫຸຼດຜ່ອນຄວາມທຸກຍາກທຸກຂັ້ນຂອງປະເທດລາວໄດ້ສ້າງຕັ້ງຫ້ອງການຄຸ້ມຄອງໂຄງການປະສົມ ເພື່ອຮ່ວມກັນປະຕິບັດ ໂຄງການຮ່ວມມືຊ່ວຍປະເທດລາວຫຼຸດຜ່ອນຄວາມທຸກຍາກ, ໂດຍໄດ້ຊ່ວຍ ເຫຼືອບ້ານທຸກຍາກຕ່າງໆລວມເຖິງບ້ານຊໍ້ໃນການສ້າງເສັ້ນທາງ, ຂົວ, ສຸກສາລາ, ຫໍພັກຄູອາຈານ, ອຸປະກອນ ການຮຽນການສອນ ພ້ອມດ້ວຍສິ່ງອຳນວຍ ຄວາມສະດວກດ້ານພະ ລັງງານໄຟຟ້າທີ່ຄົບຊຸດ ພ້ອມທັງ ໄດ້ຈັດໃຫ້ມີໂຄງການ ຝຶກອົບຮົມຊາວບ້ານເຊັ່ນ: ຕ່ຳແຜ່ນ, ປູກສາລີ, ລ້ຽງງົວແລະອື່ນໆ.


  ໃນບໍ່ເທົ່າໃດປີຜ່ານມານີ້, ທ່ານຄຳຈັນໄດ້ເປັນສັກຂີພິຍານໃຫ້ກັບບ້ານຊໍ້ ທີ່ໄດ້ສ້າງຂົວແລະປຸກເຮືອນໃໝ່ຂຶ້ນ, ຊີວິດການເປັນຢູ່ຂອງຊາວບ້ານ ໄດ້ຍົກລະດັບນັບມື້ສູງຂຶ້ນ. ປີ2021, ບ້ານຊໍ້ ຍັງໄດ້ຮັບຄຳຍ້ອງຍໍຈາກທ່ານ ທອງລຸນສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະ ຕິວັດລາວ ປະທານປະເທດລາວວ່າ ເປັນໂຄງການຕົວແບບ ທີ່ຈີນຊ່ວຍເຫຼືອ ລາວຫຼຸດຜ່ອນຄວາມທຸກຍາກ.