“ໄລຍະເວລາເຂົ້າຮ່ວມກອງປະຊຸມສອງສະພາ” ຂອງທ່ານສີຈິ້ນຜິງ: ເຮັດໃຫ້ຊາວໂລກເຂົ້າໃຈ “ການປົກຄອງບໍລິຫານຂອງຈີນ” 2

2022-03-23 09:46:12 cri



ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຫຼື ເອີ້ນຫຍໍ້ວ່າ “ກອງປະຊຸມສອງສະພາ”ທີ່ຈັດຂຶ້ນໃນເດືອນມີນາຂອງທຸກໆປີໄດ້ສ້າງພາບປະທັບໃຈອັນເລິກເຊິ່ງຢ່າງຫຼວງຫຼາຍໃຫ້ກັບຊາວໂລກ. ໃນໄລຍະເຂົ້າຮ່ວມກອງປະຊຸມສອງສະພາທຸກປີຜ່ານມາ, ທ່ານສີຈິ້ນຜິງໄດ້ເຮັດວຽກຫຍັງແດ່? ໄດ້ສ້າງພາບປະທັບໃຈຫຍັງແດ່ໃຫ້ກັບໂລກນີ້, ພວກເຮົາຈະພາທ່ານມາສືບຕໍ່ຮັບຮູ້ວ່າ ກອງປະຊຸມສອງສະພາ ແລະປະເທດຈີນເປັນຄືແນວໃດໃນສາຍຕາຂອງຜູ້ສັງເກດການຕ່າງປະເທດ.

 

ເປີດກວ້າງຊ່ອງທາງປະກອບຄຳເຫັນ ເຕົ້າໂຮມສະຕິປັນຍາຂອງຄົນທັງຫຼາຍ, ພ້ອມທັງສຸມໃສ່ກຳແໜ້ນສະພາບການລວມ ແລະ ວາງແຜນເປັນເອກະພາບກັນ.

 


ຈຸດຈັດສັນຜູ້ຍົກຍ້າຍຖິ່ນຖານເພື່ອລຶບລ້າງຄວາມທຸກຍາກທາຖີຄູລີ ຢູ່ໃກ້ເທດສະບານເມືອງປົກຄອງຕົນເອງຕາຊີກີທາສຄູເອີກັນເຂດຊິນຈ່ຽງ(ຖ່າຍໃນວັນທີ 1 ກໍລະກົດປີ2019)

 

ທ່ານມາຊູດ ຮາລິດ ອະດີດເອກອັກຄະລັດຖະທູດປາກິສະຖານປະຈຳຈີນໄດ້ຄົ້ນພົບເຄັດລັບດ້ານລະບອບທີ່ສ້າງ “ສິ່ງມະຫັດສະຈັນຂອງຈີນ” ຈາກກອງປະຊຸມສອງສະພາຂອງຈີນ. ທ່ານເຫັນວ່າ: “ຈີນໄດ້ປະຕິບັດຕາມບົດຮຽນດ້ານການເມືອງແບບສອງທິດຄືຈາກຂັ້ນລຸ່ມຫາຂັ້ນເທິງ  ແລະ ຈາກຂັ້ນເທິງຫາຂັ້ນລຸ່ມ, ໂດຍອາໄສໂຄງປະກອບການປົກຄອງບໍລິຫານປະເທດທີ່ຂະຫຍາຍຕົວໂດຍຖືເອົາລະບອບປະຊາທິປະໄຕລວມສູນເປັນພື້ນຖານ, ແລະໄດ້ຮັບຜົນສຳເລັດແບບບໍ່ເຄີຍມີມາກ່ອນ.”

 

ໃນການປ່ຽນແປງອັນໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຂອງໂລກ, “ການພັດທະນາທົ່ວປະເທດຢ່າງເປັນເອກະພາບກັນ” ຂອງຈີນໄດ້ສະແດງໃຫ້ເຫັນເຖິງກຳລັງແຮງສັງລວມທີ່ເຂັ້ມແຂງໃນການປົກຄອງບໍລິຫານປະເທດ, ເຊິ່ງມີຄວາມແຕກຕ່າງກັນຢ່າງພົ້ນເດັ່ນກັບສະພາບການແບ່ງແຍກທາງສັງຄົມ ແລະ ຄວາມຊຸດໂຊມດ້ານການເມືອງຂອງບາງປະເທດຕາເວັນຕົກເນື່ອງຈາກ ເປັນ“ການເມືອງແບບໃຊ້ສິດຢັບຢັ້ງ”. ທ່ານຊຸດຮິນດຣາ ຄຸນຄານີ ອະດີດປະທານ (Observer Research Foundation ມຸນນິທິຄົ້ນຄວ້າຜູ້ສັງເກດການອິນເດຍ(ມູມບາຍ)ກ່າວວ່າ: “ລັດຖະບານຂອງບາງປະເທດຕາເວັນຕົກມັກຫຍຸ້ງນຳແຕ່ການເລືອກຕັ້ງຄັ້ງຕໍ່ໄປວ່າຄວນເຮັດຫຍັງ? ເນື່ອງຈາກພວກເຂົາ ມີເວລາບໍ່ພໍເທົ່າໃດປີເທົ່ານັ້ນ. ສຳລັບປະເທດຈີນແລ້ວ, ໃນຫຼາຍສິບປີທີ່ຜ່ານມາ, ໄດ້ຮັກສາທິດທາງ ແລະ ຂະບວນການພັດທະນາຢ່າງໝັ້ນທ່ຽງ.”

 


ວັນທີ 1 ມັງກອນປີ2022, ກຳມະກອນບໍລິສັດວິສະວະກຳຊຽງໄຮ້ກຸ່ມບໍລິສັດທາງລົດໄຟຈີນກຳລັງເຮັດວຽກໃຕ້ແສງອາລຸນວັນເຊົ້າປີໃຫມ່ສາກົນຢູ່ສະຖານທີ່ກໍ່ສ້າງເຮືອນຈັດສັນຜູ້ຍົກຍ້າຍຢົງຊີເຂດໃຫມ່ສົງອ່ານແຂວງເຫີເປີຍ

 

ບໍ່ຕ້ອງສົງໄສເລີຍວ່າ, ໃນໂຄງປະກອບການປົກຄອງບໍລິຫານທີ່ມີປະສິດທິພາບສູງ ແລະ ໝັ້ນທ່ຽງຂອງຈີນ, ພັກຄອມມູນິດຈີນໄດ້ເສີມຂະຫຍາຍບົດບາດທີ່ເປັນຂໍກຸນແຈ. ໃນກອງປະຊຸມສອງສະພາປີ 2022 ນີ້, ທ່ານສີຈິ້ນຜິງໄດ້ໃຊ້ “ເສັ້ນທາງທີ່ຕ້ອງຜ່ານ” 5 ດ້ານ ໂດຍໄດ້ຊີ້ບອກ “ເຄັດລັບແຫ່ງຜົນສຳເລັດ” ຂອງຈີນໃນຍຸກໃໝ່, ໃນນັ້ນ ຂໍ້ທຳອິດແມ່ນ “ຍຶດໝັ້ນການນຳພາຂອງພັກຢ່າງຮອບດ້ານ ແມ່ນເສັ້ນທາງທີ່ຕ້ອງຜ່ານເພື່ອຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.”

 

ທ່ານມາທິນ ຈາຄົສ ນັກວິຊາການອັງກິດກ່າວວ່າ: “ປັດຈຸບັນ ຈີນມີຄວາມສາມັກຄີຫຼາຍກວ່າຍາມໃດໝົດໃນຮອບ 200 ປີທີ່ຜ່ານມາ, ໂຄງປະກອບການປົກຄອງບໍລິຫານແບບຕາເວັນຕົກແມ່ນບໍ່ສາມາດເຮັດສຳເລັດໃນເລື່ອງນີ້ໄດ້. ຜົນສຳເລັດແນວນີ້ຕ້ອງການມີຮູບແບບການປົກຄອງບໍລິຫານທີ່ແຕກຕ່າງກັນ, ສາມາດດຳເນີນການຄົ້ນຄິດຢ່າງມີລັກສະນະຍຸດທະສາດ, ມີພື້ນຖານປະຫວັດສາດ, ມີລັກສະນະກວມລວມ, ສາມາດປຸກລະດົມຂົນຂວາຍປະຊາຊົນ ແລະ ສາມາດເຮັດສຳເລັດໜ້າທີ່ໄດ້.”

 

ທ່ານເອວັນໂດຣ ຄາວາໂຮ ສາສະດາຈານມຸນນິທິເຈຕູລິໂອ ວາກາສປະເທດເບຼຊິນກ່າວວ່າ, “ຈີນໄດ້ເປີດເສັ້ນທາງຫັນເປັນທັນສະໄໝອັນໃໝ່ແບບຈີນຢ່າງສຳເລັດຜົນ, ມັນຕ່າງກັນກັບເສັ້ນທາງຂອງປະເທດຕາເວັນຕົກໃນປະຫວັດສາດ. ໃນອະນາຄົດ, ໃນຖານະເປັນປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງ, ປະເທດຈີນຈະຊຸກຍູ້ມວນມະນຸດກ້າວໄປສູ່ໄລຍະພັດທະນາອັນໃໝ່ໃນປະຫວັດສາດ.”

 

ໃນໄລຍະຈັດກອງປະຊຸມສອງສະພາປີ2022, ທ່ານສີຈິ້ນຜິງໄດ້ມີການເຄື່ອນໄຫວການຕ່າງປະເທດພິເສດຄັ້ງໜຶ່ງ, ຄື:ໃນວັນທີ 8 ມີນາ, ຫຼັງຈາກເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ 2 ຂອງກອງປະຊຸມສະພາປະຊາຊົນແຫ່ງຊາດຈີນຄັ້ງທີ 5 ຊຸດທີ 13 ຢູ່ຫໍສະພາປະຊາຊົນແຫ່ງຊາດໃນຕອນເຊົ້າແລ້ວ, ຕອນບ່າຍມື້ດຽວກັນ, ທ່ານສີຈິ້ນຜິງກໍໄດ້ໄປຫ້ອງປະຊຸມໃຫຍ່ຕາເວັນອອກຂອງຫໍສະພາປະຊາຊົນແຫ່ງຊາດອີກ, ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດທາງວີດີໂອກັບທ່ານເອມານູເອວ ມາຄຼົງ, ປະທານາທິບໍດີຝຣັ່ງ, ແລະ ທ່ານໂອລັຟ ສະໂກສ ນາຍົກລັດຖະມົນຕີເຢຍລະມັນ. ເມື່ອປະເຊີນໜ້າກັບການປ່ຽນແປງໃໝ່ຂອງສະຖານະການສາກົນ, ທ່ານສີຈິ້ນຜິງໄດ້ສະເໜີຈຸດຢືນຂອງຈີນຢ່າງພົ້ນເດັ່ນກ່ຽວກັບການສະແຫວງຫາສັນຕິພາບ ການພັດທະນາ ແລະ ຊຸກຍູ້ການຮ່ວມມືກັນ.

 


ວັນທີ 3 ມັງກອນປີ2022 ຜູ້ອ່ານກຳລັງອ່ານປຶ້ມໃນຮ້ານຂາຍປຶ້ມຈົ່ງຊູເກີນະຄອນຈຸ່ນຢີ້ແຂວງກຸ້ຍໂຈ່ວ

 

ການເອົາໃຈໃສ່ “ວຽກງານສຳຄັນຂອງປະເທດ” ຢູ່ບົນພື້ນຖານຂອງສະພາບການລວມທັງພາຍໃນ ແລະ ສາກົນ, ວາງແຜນຕາມການປ່ຽນແປງຂອງສະຖານະການ, ກ້າວໜ້າຄຽງຄູ່ກັບຍຸກສະໄໝ, ເຊິ່ງແມ່ນຈຸດພິເສດອັນພົ້ນເດັ່ນໃນແນວຄິດ ການປົກຄອງບໍລິຫານປະເທດ ຂອງທ່ານສີຈິ້ນຜິງ. ທ່ານຢູຣີ ທັຟຣົຟສະກີ ສາສະດາຈານມະຫາວິທະຍາໄລມິດຕະພາບປະຊາຊົນຣັດເຊຍ ທີ່ເປັນນັກປະພັນຂອງປື້ມ “ທ່ານສີຈິ້ນຜິງ: ພວມເຮັດໃຫ້ຄວາມໃຝ່ຝັນຂອງຈີນບັນລຸຜົນເປັນຈິງ” ໄດ້ມີການຄົ້ນຄວ້າຢ່າງເລິກເຊິ່ງກ່ຽວກັບແນວຄິດຂອງທ່ານສີຈິ້ນຜິງໃນການປົກຄອງບໍລິຫານປະເທດ. ທ່ານເຫັນວ່າ, ການປະດິດສ້າງໃໝ່ອັນສຳຄັນຂອງຈີນໃນການບໍລິຫານພາຍໃນປະເທດ ແລະ ວຽກງານການຕ່າງປະເທດໄດ້ເຮັດໃຫ້ກຳລັງແຮງສັງລວມພາຍໃນຊາດເຂັ້ມແຂງຂຶ້ນ, ເສັ້ນທາງການພັດທະນາຂອງຈີນກໍໄດ້ຮັບຄວາມສົນໃຈຫຼາຍກວ່າເກົ່າຈາກປະຊາຄົມໂລກ.

 


ພະນັກງານການແພດສັກວັກຊີນໃຫ້ນັກຮຽນຂອງໂຮງຮຽນປະຖົມສົງຊ່ານທີ3ນະຄອນໄຫໂຂວແຂວງໄຫຫຼຳໃນວັນທີ 28 ຕຸລາປີ2021

 

ໃນກອງປະຊຸມວຽກງານເສດຖະກິດຂັ້ນສູນກາງທີ່ຈັດຂຶ້ນໃນທ້າຍປີ 2021, ທ່ານສີຈິ້ນຜິງໄດ້ວາງຄຳຮຽກຮ້ອງລວມ ຄື “ຖືເອົາຄວາມໝັ້ນທ່ຽງເປັນບຸລິມະສິດ, ສະແຫວງຫາຄວາມກ້າວໜ້າຢູ່ທ່າມກາງຄວາມໝັ້ນທ່ຽງ”. ໃນກອງປະຊຸມສອງສະພາປີນີ້, “ການຖືເອົາຄວາມໝັ້ນທ່ຽງເປັນບຸລິມະສິດ, ສະແຫວງຫາຄວາມກ້າວໜ້າຢູ່ທ່າມກາງຄວາມໝັ້ນທ່ຽງ” ໄດ້ກາຍເປັນສຳນວນທີ່ໄດ້ກ່າວເຖິງຫຼາຍທີ່ສຸດອີກຄັ້ງໜຶ່ງ. ທ່ານຊາມິວ ເອຮາແມັດ ນັກວິຊາການຊອກດານີເຫັນວ່າ, ຈີນໄດ້ວາງນະໂຍບາຍ ແລະ ເປົ້າໝາຍການພັດທະນາຢູ່ບົນພື້ນຖານທີ່ພິຈາລະນາເຖິງປັດໄຈຕ່າງໆ : ເຊັ່ນ: ໝາກຜົນການພັດທະນາເສດຖະກິດ ປະສິດທິຜົນທາງສັງຄົມທີ່ມີຢູ່ໃນປັດຈຸບັນ ແລະອື່ນໆຢ່າງສັງລວມ, ສອດຄ່ອງກັບຫຼັກການທີ່ສະແຫວງຫາສັດຈະທຳຈາກຄວາມເປັນຈິງ ແລະ ກ້າວໜ້າຄຽງຄູ່ກັບຍຸກສະໄໝທີ່ໄດ້ປະຕິບັດມາໂດຍຕະຫຼອດ.

 

ແຕ່ປັດຈຸບັນນີ້, ສະຖານະການສາກົນໄດ້ເກີດມີການປ່ຽນແປງຢ່າງເລິກເຊິ່ງ ແລະ ສັບສົນ, ໂລກເຂົ້າສູ່ໄລຍະທີ່ມີການປ່ຽນແປງ ແລະ ຄວາມປັ່ນປ່ວນຄັ້ງໃໝ່, ຢູ່ພາຍໃນປະເທດຈີນຍັງຄົງມີໜ້າທີ່ປະຕິຮູບ ການພັດທະນາ ແລະ ຮັກສາຄວາມໝັ້ນຄົງຢ່າງລຳບາກ ແລະ ໜັກໜາ. ສະພາບການພັດທະນາຈະເປັນແນວໃດ? ວຽກງານໃນອະນາຄົດຄວນປະຕິບັດແນວໃດ? ໃນກອງປະຊຸມສອງສະພາປີ 2022 ນີ້, ທ່ານສີຈິ້ນຜິງໄດ້ຊີ້ບອກ “ເງື່ອນໄຂເອື້ອອຳນວຍທີ່ມີລັກສະນະຍຸດທະສາດ” 5 ຂໍ້ສຳລັບການພັດທະນາຂອງຈີນ, ເຊິ່ງໄດ້ເພີ່ມຄວາມໝັ້ນໃຈຢ່າງເຂັ້ມແຂງໃຫ້ກັບການຮັບມືກັບການປ່ຽນແປງ ແລະ ເປີດສະພາບການໃໝ່. ຂ່າວສານນາມີບີໄດ້ສັງເກດເຫັນເຖິງຄຳວິນິດໄສທີ່ສຳຄັນວ່າ: ຈີນມີຍອດປະລິມານເສດຖະກິດອັນໃຫຍ່ຫຼວງ, ມີຊ່ອງທາງກວ້າງຂວາງເພື່ອປັບຕົວເຂົ້າກັບສະພາບການພ້ອມທັງມີຕະຫຼາດ ຂະໜາດໃຫຍ່ທີ່ສຸດ, ສະພາບພື້ນຖານທີ່ກ້າວໄປໃນທິດທາງ ທີ່ດີໃນໄລຍະຍາວນານນັ້ນຈະບໍ່ມີການປ່ຽນແປງ, ແຕ່ມີຄວາມເຂັ້ມແຂງ ແລະ ມີພະລັງຊີວິດຊີວາອັນໃຫຍ່ຫຼວງ.

 

ທ່ານອາເລັກຊັນດາ ເຊັບຮູລາ ນັກວິຊາການລູອັນດາມີຄວາມປະທັບໃຈຫຼາຍຕໍ່ການສ້າງສະພາບການພັດທະນາອັນໃໝ່ ໂດຍຖືເອົາຮອບໝູນວຽນຂະໜາດໃຫຍ່ພາຍໃນປະເທດເປັນຫຼັກ, ຮອບໝູນວຽນພາຍໃນປະເທດ ແລະ ສາກົນໄດ້ຊ່ວຍຊູຍູ້ໜູນກັນ ເຊິ່ງທ່ານສີຈິ້ນຜິງໄດ້ບັນລະຍາຍໃນກອງປະຊຸມສອງສະພາປີ 2020. ທ່ານເຫັນວ່າ, ການຈັດຕັ້ງປະຕິບັດທັດສະນະການພັດທະນາອັນໃໝ່, ສ້າງສະພາບການພັດທະນາອັນໃໝ່, ຊຸກຍູ້ການພັດທະນາຢ່າງມີຄຸນນະພາບສູງ, ແມ່ນ “ທິດທາງທີ່ຈີນໃຫ້ຄວາມສຳຄັນຫຼາຍເພື່ອບັນລຸການພັດທະນາເສດຖະກິດຢ່າງໝັ້ນທ່ຽງໃນອະນາຄົດ”.