ມາດຕະການ “ປິ່ນປົວໃຫ້ຫາຍດີໝົດທຸກຄົນ” ຂອງຈີນ ຍັງເປັນມາດຕະການປ້ອງກັນໂຄວິດ-19 ທີ່ໃຊ້ຕົ້ນທຶນໜ້ອຍທີ່ສຸດ ແຕ່ມີປະສິດທິຜົນຫຼາຍທີ່ສຸດ

2022-03-23 21:27:06 cri

ອາດີສັກ: ສະບາຍດີ, ດວງພະຈັນ! ໃນໄລຍະມໍ່ໆມານີ້, ປະເທດຈຳນວນໜຶ່ງໄດ້ຜ່ອນຄາຍມາດຕະການປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ເທື່ອລະກ້າວ. ແຕ່ຢູ່ນະຄອນຫຼວງປັກກິ່ງ, ຍັງສືບຕໍ່ປະຕິບັດມາດຕະການປ້ອງກັນ ແລະຄວບຄຸມທີ່ເຂັ້ມງວດ. ມາດຕະການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ຢູ່ຈີນໃນປັດຈຸບັນເປັນແນວໃດ, ດວງພະຈັນແນະນຳໃຫ້ຮູ້ໄດ້ບໍ?

ດວງພະຈັນ: ເຈົ້າ. ປັດຈຸບັນ, ຈີນຍັງສືບຕໍ່ຍຶດໝັ້ນຍຸດທະສາດລວມ “ການປ້ອງກັນກໍລະນີຕິດພະຍາດຈາກພາຍນອກ ແລະປ້ອງກັນບໍ່ໃຫ້ເກີດມີການແຜ່ລະບາດໃຫຍ່ຄືນໃໝ່ຢູ່ພາຍໃນປະເທດ” ແລະທິດທາງລວມ“ປິ່ນປົວໃຫ້ຫາຍດີໝົດທຸກຄົນ”. ທັງນີ້ກໍຍ້ອນວ່າ: ເມື່ອເບິ່ງຕາມຂອບເຂດທົ່ວໂລກແລ້ວ, ເຊື້ອພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດຢ່າງກວ້າງຂວາງ, ຍັງຕ້ອງການເວລາອີກດົນ, ການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງຈະສິ້ນສຸດລົງ. ພ້ອມກັນນີ້, ອີງຕາມຂໍ້ມູນທີ່ກ່ຽວຂ້ອງໄດ້ສະແດງໃຫ້ເຫັນວ່າ: ໃນອາທິດຜ່ານມາ, ຜູ້ຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ມີກໍລະນີເພີ່ມຂຶ້ນຢ່າງຫຼວງຫຼາຍຄືນໃໝ່. ໃນນັ້ນ, ມີ 40% ແມ່ນເກີດຂຶ້ນຢູ່ປະເທດ ແລະເຂດແຄວ້ນ ທີ່ຢູ່ໃກ້ຄຽງປະເທດຈີນ. ໃນຫວ່າງມໍ່ໆມານີ້, ຢູ່ຫຼາຍແຂວງຂອງປະເທດຈີນ ໄດ້ເກີດມີກໍລະນີຕິດເຊື້ອເພີ່ມໃໝ່ ທີ່ກ່ຽວພັນກັບເຊື້ອກາຍພັນໂອມິຄຣອນ ເຊິ່ງໄດ້ເຮັດໃຫ້ວຽກງານປ້ອງກັນ ແລະຄວບຄຸມພະຍາດມີຄວາມເຄັ່ງຕຶງ ແລະສັບສົນ. ສະນັ້ນ, ປະເທດຈີນຈຶ່ງຕ້ອງຍຶດໝັ້ນການປະຕິບັດມາດຕະການປ້ອງກັນ ແລະຄວບຄຸມທີ່ເຂັ້ມງວດ.

ອາດີສັກ: ໂອ, ຄັນຊັ້ນ, ການປະຕິບັດມາດຕະການປ້ອງກັນ ແລະຄວບຄຸມທີ່ເຂັ້ມງວດ, ຈະມີຜົນກະທົບຕໍ່ການພັດທະນາເສດຖະກິດສັງຄົມຂອງຈີນບໍ?

ດວງພະຈັນ: ຕ້ອງມີແນ່ນອນ. ແຕ່ວ່າ, ຜ່ານການປະຕິບັດມາດຕະການປ້ອງກັນ ແລະຄວບຄຸມພະຍາດມາເປັນເວລາ 2 ປີປາຍ, ຈີນໄດ້ສ້າງແນວຄິດ, ນະໂຍບາຍ ແລະມາດຕະການລະອຽດທີ່ຄົບວົງຈອນຂອງຕົນ, ເຊິ່ງໄດ້ປົກປ້ອງສຸຂະພາບ ແລະຄວາມປອດໄພດ້ານຊີວິດຂອງປະຊາຊົນຢ່າງມີປະສິດທິຜົນ, ພ້ອມທັງໄດ້ເຮັດໃຫ້ການພັດທະນາເສດຖະກິດສັງຄົມ ແລະການປ້ອງກັນຄວບຄຸມພະຍາດ ມີຄວາມສອດຄ່ອງກັນຫຼາຍຂຶ້ນ. ພ້ອມກັນນີ້, ຈີນຍັງໄດ້ປັບປຸງມາດຕະການປ້ອງກັນ ແລະຄວບຄຸມຂອງຕົນໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ນອກຈາກຕ້ອງຄົ້ນພົບ ແລະຮັບມືກັບການແຜ່ລະບາດຂອງພະຍາດຢ່າງວ່ອງໄວແລ້ວ, ຍັງຕ້ອງປະຕິບັດວຽກງານດັ່ງກ່າວໃຫ້ “ຖືກຕ້ອງຕາມເປົ້າໝາຍ” ເພື່ອໃຫ້ໄດ້ຮັບປະສິດທິຜົນຫຼາຍທີ່ສຸດ ໂດຍນຳໃຊ້ຕົ້ນທຶນໜ້ອຍທີ່ສຸດ. ດັ່ງທີ່ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ກ່າວໃນກອງປະຊຸມຄະນະກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນວ່າ: ພະຍາຍາມໃຫ້ໄດ້ຮັບຜົນການປ້ອງກັນ ແລະຄວບຄຸມພະຍາດຫຼາຍທີ່ສຸດ ໂດຍເສຍຄ່າໜ້ອຍທີ່ສຸດ, ຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ມີຕໍ່ການພັດທະນາດ້ານເສດຖະກິດສັງຄົມຢ່າງສຸດຂີດ.

ອາດີສັກ: ແມ່ນແລ້ວ, ປັດຈຸບັນ, ສະພາບການປ້ອງກັນ ແລະຄວບຄຸມພະຍາດຍັງມີຄວາມເຄັ່ງຕຶງຫຼາຍ, ອາດີສັກກໍໄດ້ເຫັນແລ້ວວ່າ, ດຽວນີ້ປະຊາຊົນ ແລະນັກວິຊາການຈຳນວນໜຶ່ງເຫັນວ່າ ພະຍາດໂຄວິດ-19 ທີ່ເກີດຈາກເຊື້ອກາຍພັນໂອມີຄຣອນ ແມ່ນສ່ຳກັບໄຂ້ຫວັດໃຫຍ່ທີ່ມີອາການໜັກຊື່ໆ, ທີ່ຈິງແລ້ວມັນບໍ່ຖືກຕ້ອງ ເພາະວ່າຄວາມສາມາດການແຜ່ລະບາດ ແລະຜົນກະທົບຂອງມັນທີ່ມີຕໍ່ສຸຂະພາບຂອງມວນມະນຸດ ແມ່ນຮ້າຍແຮງກວ່າໄຂ້ຫວັດໃຫຍ່ຫຼາຍໄດ໋.

ດວງພະຈັນ: ແມ່ນແລ້ວ. ແຕ່ສິ່ງທີ່ໜ້າຊົມຊື່ນນັ້ນກໍຄື: ໃນຂະບວນການຕໍ່ສູ້ກັບເຊື້ອພະຍາດໂຄວິດ-19, ມວນມະນຸດໄດ້ຄົ້ນພົບ “ອາວຸດ” ທີ່ມີປະສິດທິຜົນ ເຊັ່ນ: ການສັກວັກຊີນ, ການເລັ່ງການຜະລິດຢາປິ່ນປົວ ແລະອື່ນໆ, ສ່ວນຢາ ແລະແພດແຜນຈີນ ກໍໄດ້ເສີມຂະຫຍາຍບົດບາດທີ່ສຳຄັນ ໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19. ນອກນີ້, ຜ່ານການຕ້ານກັບພະຍາດໂຄວິດ-19 ມາເປັນເວລາຫຼາຍກວ່າ 2 ປີ, ປະຊາຊົນຈີນໄດ້ມີສະຕິເປັນເຈົ້າການ ໃນການເຂົ້າຮ່ວມການຕ້ານກັບພະຍາດ ແລະມີສະຕິໃນການຮັກສາສຸຂະພາບຂອງຕົນ, ເລື່ອງເຫຼົ່ານີ້ ໄດ້ເຮັດໃຫ້ພວກເຮົາມີຄວາມຫວັງ ໃນການເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19.