ເສັ້ນຕ່ຳສຸດດ້ານສິດທິມະນຸດຂອງອາເມຣິກາຢູ່ໃສ?

2022-03-23 16:52:02 cri


ວັທີ 21 ມີນານີ້, ທ່ານຈຽງຕ່ວນ ອັກຄະລັດຖະທູດຈີນປະຈຳສຳນັກງານເຊີແນວຂອງອົງການສະຫະປະຊາດ ແລະ ອົງການຈັດຕັ້ງສາກົນອື່ນໆຢູ່ສະວິສໄດ້ຕາງໜ້າປະເທດທີ່ມີຈຸດຢືນຄ້າຍຄືກັນປະກອບຄຳເຫັນໃນກອງປະຊຸມສະໄໝທີ 49 ຂອງສະພາມົນຕີສິດທິມະນຸດອົງການສະຫະປະຊາຊາດ, ໂດຍສະແດງຄວາມເປັນຫ່ວງຕໍ່ປະເທດທີ່ກ່ຽວຂ້ອງລ່ວງລະເມີດສິດຂອງຊົນເຜົ່າພື້ນເມືອງຢ່າງໜັກໜ່ວງ, ແລະຮຽກຮ້ອງໃຫ້ສະພາມົນຕີສິດທິມະນຸດອົງການສະຫະປະຊາຊາດຕິດຕາມບັນຫາດັ່ງກ່າວແລະໃຊ້ການກະທຳຕົວຈິງທີ່ຈຳເປັນ.

ໜັງສືພິມ The   Independent ຂອງອັງກິດລາຍງານວ່າ, ຫວ່າງມໍ່ໆມານີ້, ໃນການແຫ່ຂະບວນສະແດງທີ່ຈັດຂຶ້ນຢູ່ສວນສະໜຸກດິສນີ (Disney) ເມືອງອໍລັນໂດ (Orlando)ຂອງອາເມຣິກາ, ສະມາຊິກທີມຮ້ອງເຊຍທີ່ມາຈາກໂຮງຮຽນມັດທະຍົມປາຍ PNG ລັດເທັກຊັສອາເມຣິກາທັງເຕັ້ນລຳທັງໄດ້ຮ້ອງວ່າ: “ລອກໜັງຫົວຂອງຄົນອິນເດຍແດງ, ລອກໜັງຫົວຂອງເຂົາເຈົ້າ” (Scalap’em! Indians! Scalp’eml). ພວກເຮົາບໍ່ຕ້ອງຊີ້ແຈ້ງ, ຄົນທັງຫຼາຍກໍຮູ້ດີແລ້ວວ່າປະເທດທີ່ກ່ຽວຂ້ອງນັ້ນລວມມີປະເທດໃດ.

ການວາງເງິນລາງວັນແກ່ການ “ລອກໜັງຫົວຳວອິນເດຍແດງ” ແມ່ນຮອຍເປື້ອນດ້ານສິດທິມະນຸດທີ່ລຶບລ້າງບໍ່ໄດ້ໃນປະຫວັດສາດຂອງອາເມຣິກາ. ປີ 1814, ທ່ານເຈມສ໌ ມັດຊັນ(James    Madison) ປະທານາທິບໍດີອາເມຣິກາໃນຄາວນັ້ນໄດ້ອອກດຳລັດທີ່ໂຫດຮ້າຍດັ່ງກ່າວ. ຜູ້ໃດເຂົ້າມອບໜັງຫົວຂອງຊາຍອິນເດຍແດງທີ່ມີອາຍຸສູງກວ່າ 12 ປີແຜ່ນໜຶ່ງ, ຜູ້ນັ້ນກໍຈະໄດ້ລາງວັນ 100 ໂດລາສະຫະລັດ, ຖ້າເປັນໜັງຫົວຂອງຜູ້ຍິງຫຼືເດັກນ້ອຍຂອງຄົນອິນເດຍແດງກໍຈະໄດ້ລາງວັນ 50 ໂດລາສະຫະລັດ. ນັບມາຮອດປັດຈຸບັນ, ດຳລັດແບບນີ້ທີ່ໄຮ້ມະນຸດສະທຳທີ່ສຸດພັດຍັງໄດ້ປາກົດຢູ່ໃນສວນສະໜຸກດິສນີອີກຄັ້ງໜຶ່ງ, ປະເທດອາເມຣິກາທີ່ອ້າງຕົນເອງເປັນ “ທວນໄຟເຍືອງທາງສິດທິມະນຸດ” ນັ້ນ, ຈະກວດກາບັນຫາສິດທິມະນຸດຂອງຕົນເອງຈັກເທື່ອໜຶ່ງຊິໄດ້ບໍ່?

ທີ່ຈິງແລ້ວ, ນັບມາຮອດປັດຈຸບັນ, ການກະທຳແບບນີ້ທີ່ລ່ວງລະເມີດສິດທິມະນຸດຢູ່ອາເມຣິກາມີຢູ່ທຸກຫົນທຸກແຫ່ງ.

ວັນທີ 28 ກຸມພາແລ້ວນີ້, ປະເທດຈີນໄດ້ເປີດເຜີຍ “ບົດລາຍງານກ່ຽວກັບອາເມຣິກາລ່ວງລະເມີດສິດທິມະນຸດປີ 2021”, ໂດຍລະບຸວ່າ: ກຳມະກອນຫຼາຍສິບຄົນຖືກຄ້າຂາຍໄປຟາມແຫ່ງໜຶ່ງຂອງອາເມຣິກາແລະຖືກບັງຄັບອອກແຮງງານຂຸດຜັກບົ່ວດ້ວຍມືເປົ່າ. ແມ່ນແລ້ວ, ນີ້ແມ່ນອາເມຣິກາໃນປີ 2021.

ສ່ວນໃນຄຸກຂອງອາເມຣິກາກໍໄດ້ປະຕິບັດ “ລະບົບຂ້າທາດຍຸກປັດຈຸບັນ”. ປັດຈຸບັນ, ຢູ່ອາເມຣິກາມີຄຸກສ່ວນຕົວ 200 ກວ່າແຫ່ງ, ໄດ້ກັກຂັງນັກໂທດປະມານ 1 ແສນ 2 ໝື່ນຄົນ. ໃນຄຸກເຫຼົ່ານີ້, ເດັກນ້ອຍຕ້ອງເຮັດວຽກ 10 ຫາ 12 ຊົ່ວໂມງໃນແຕ່ລະມື້, ສ່ວນນັກໂທດຜູ້ໃຫຍ່ຕ້ອງເຮັດວຽກ 14 ຫາ 16 ຊົ່ວໂມງ.

ຂ່າວສານອາເປໄດ້ລາຍງານໃນວັນທີ 19 ມີນານີ້ວ່າ: ໃນວິດີໂອກ້ອງວົງຈອນປິດຕອນໜຶ່ງທີ່ໂຮງຮຽນແຫ່ງໜຶ່ງຂອງເມືອງເຄໂນຊາລັດວິສຄອນຊິນອາເມຣິກາKenosha County, Wisconsinເຜີຍແຜ່ໄດ້ເຫັນວ່າ, ຕຳຫຼວດທ້ອງຖິ່ນຜູ້ໜຶ່ງໄດ້ໃຊ້ຫົວເຂົ່າເຕັງໃສ່ຄໍຂອງເດັກຍິງຜູ້ໜຶ່ງອາຍຸ 12 ປີແລະໃສ່ກັບມືຕໍ່ເດັກຍິງຜູ້ນັ້ນ. ຂະນະທີ່ໃນປີຜ່ານມາ, ລັດດັ່ງກ່າວໄດ້ຜ່ານກົດໝາຍຫ້າມບໍ່ໃຫ້ຜູ້ປະຕິບັດກົດໝາຍໃຊ້ການກະທຳໜີບເຕັງດ້ວຍຫົວເຂົ່າອີກ.

ຕໍ່ກັບເລື່ອງນີ້, ພວກເຮົາຢາກຖາມວ່າ: ເສັ້ນຕ່ຳສຸດດ້ານສິດທິມະນຸດຂອງອາເມຣິກາແມ່ນຢູ່ໃສກັນແທ້?

ໂດຍຜະເຊີນໜ້າກັບສະພາບສິດທິມະນຸດທີ່ຊົ່ວຮ້າຍທີ່ສຸດຂອງອາເມຣິກາ, ພວກເຮົາຮຽກຮ້ອງໃຫ້ອາເມຣິກຈົ່ງປະຖິ້ມຄວາມອວດອົ່ງທະນົງຕົວແລະຄວາມລຳອຽງ, ແຍງແວ່ນໂຕເອງດ້ວຍ “ແວ່ນສິດທິມະນຸດ”, ປະຕິບັດຕໍ່ບັນຫາຂອງໂຕເອງດ້ວຍທ່າທີທີ່ຖືກຕ້ອງ, ປະຕິບັດຕາມສົນທິສັນຍາສິດທິມະນຸດສາກົນຕ່າງໆເຊັ່ນ “ສົນທິສັນຍາລຶບລ້າງການຈຳແນກເຊື້ອຊາດຜິວພັນໃນທຸກຮູບການ”, ຮັບຮອງແລະປ່ຽນແປງຄວາມຜິດພາດຂອງຕົນ, ເຮັດເລື່ອງທີ່ຕິດແທດຕົວຈິງເພື່ອປັບປຸງສະພາບສິດທິມະນຸດຂອງຕົນ.