ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ໃຫ້ພະລັງຊຸກດັນແກ່ການພັດທະນາຂອງປະເທດຕ່າງໆ

2022-03-24 11:14:33 CRI

ອາທິດນີ້ເປັນ “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ປີ 2022.

ທ່ານວ່າງເຫວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະ ແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 23 ມີນີ້ວ່າ: ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແມ່ນກົນໄກການຮ່ວມມືໃນອະນຸພາກພື້ນຮູບແບບໃໝ່ກົນໄກທຳອິດ ທີ່ປະເທດຕ່າງໆໃນ ເຂດລ້ອງແມ່ນ້ຳປຶກສາຫາລືຮ່ວມກັນ, ກໍ່ສ້າງຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ. ດ້ວຍຄວາມ ພະຍາຍາມຮ່ວມກັນຈາກ 6 ປະເທດໃນເຂດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ພັດທະນາເຕີບໃຫຍ່ຢ່າງວ່ອງໄວພາຍໃນເວລາອັນສັ້ນພຽງແແຕ່ 6 ປີ, ຂົງເຂດການຮ່ວມມືໄດ້ເປີດກວ້າງອອກຢ່າງບໍ່ຢຸດຢັ້ງ, ພາກສ່ວນເຂົ້າຮ່ວມການຮ່ວມມື ໃນກົນໄກດັ່ງກ່າວໄດ້ເພີ່ມຂຶ້ນນັບມື້ນັບຫຼາຍ, ພະລັງຊຸກດັນທີ່ເກີດຈາກພາຍໃນ ໄດ້ເພີ່ມ ຂຶ້ນເລື້ອຍໆ ເຊິ່ງກາຍເປັນກົນໄກການຮ່ວມມືໃນອະນຸພາກພື້ນທີ່ມີຊີວິດຊີວາ ແລະ ມີຄວາມ ສາມາດບົ່ມຊ້ອນຫຼາຍທີ່ສຸດ, ອັນໄດ້ເປັນການໃຫ້ພະລັງຊຸກດັນແກ່ການພັດທະນາຂອງ ປະເທດຕ່າງໆ ແລະ ເປັນການສ້າງແບບຢ່າງໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳຂອງ ມວນມະນຸດ.

ທ່ານວ່າງເຫວີນປິ່ນ ຍັງກ່າວຕື່ມວ່າ: ໃນໄລຍະ “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ປີນີ້, ອົງການຈັດຕັ້ງສູນກາງ 20 ກວ່າອົງການ ແລະ 10 ກວ່າແຂວງ, ກຳແພງນະຄອນ ຂອງຈີນ ຈະຈັດ 80 ກວ່າກິດຈະກຳທີ່ມີຫຼາກຫຼາຍສີສັນ ເຊັ່ນ: ການແລກປ່ຽນລະຫວ່າງ ຊາວໜຸ່ມ, ເວທີປຶກສາຫາລືຄັງປັນຍາ, ການສາຍຮູບເງົາແລະໂທລະພາບ, ການພັດທະນາ ຊົນນະບົດ ແລະອື່ນໆ ເພື່ອຮ່ວມກັນກັບ 5 ປະເທດລ້ອງແມ່ນ້ຳຂອງສະເຫຼີມສະຫຼອງການ ສ້າງກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄົບຮອບ 6 ປີ.