ດ່ານເມືອງລົງນະຄອນຊຽງຮຸ່ງກິ່ງແຂວງສິບສອງພັ່ນນາແຂວງຢຸນນານຕາມຊາຍແດນຈີນ-ມຽນມາໄດ້ຟື້ນຟູການແຈ້ງສິນຄ້າຜ່ານດ່ານ

2022-03-25 15:11:06 CRI

ຕອນເຊົ້າວັນທີ 23 ມີນານີ້, ຊ່ອງທາງດ່ານເມືອງລົງນະຄອນຊຽງຮຸ່ງກິ່ງແຂວງສິບສອງພັ່ນນາແຂວງຢຸນນານຕາມຊາຍແດນຈີນ-ມຽນມາ ທີ່ໄດ້ຢຸດຕິການແຈ້ງຜ່ານດ່ານທັງສິນຄ້າແລະຜູ້ໂດຍສານເປັນເວລາ 240 ກວ່າວັນ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ນັ້ນ ໄດ້ຟື້ນຟູການແຈ້ງສິນຄ້າຜ່ານດ່ານຢ່າງເປັນທາງການ.

ຊ່ອງທາງດ່ານເມືອງລົງຕັ້ງຢູ່ຄຽງຂ້າງຫຼັກໝາຍຊາຍແດນເລກ 240 ຕາມຊາຍແດນຈີນ-ມຽນມາ, ສະເລ່ຍແລ້ວ, ມີນັກທ່ອງທ່ຽວເຂົ້າອອກເມືອງ 3,2 ແສນເທື່ອຄົນ, ລົດເຂົ້າອອກເມືອງ 1,6 ແສນເທື່ອຄັນ ແລະສິນຄ້າເຂົ້າອອກເມືອງ 9 ແສນໂຕນຕໍ່ປີ, ເປັນຊ່ອງທາງລະດັບແຂວງທີ່ມີຈຳນວນຄົນເຂົ້າອອກເມືອງອ່າວຫຼາຍຂອງແຂວງຢຸນນານ. ນັບແຕ່ເດືອນສິງຫາປີ 2021 ເປັນຕົ້ນມາ, ຊ່ອງທາງດ່ານເມືອງລົງໄດ້ໂຈະການຂົນສົ່ງສິນຄ້າແລະຜູ້ໂດຍສານຜ່ານດ່ານຢ່າງຮອບດ້ານ, ອະນຸຍາດໃຫ້ແຕ່ວັດຖຸປ້ອງກັນຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ບຸກຄົນ 4 ປະເພດເຂົ້າອອກເມືອງເທົ່ານັ້ນ.