ສິ່ງແວດລ້ອມນິເວດໄດ້ຮັບການປົກປ້ອງ ປະຊາຊົນໄດ້ຮັບຜົນປະໂຫຍດຕົວຈິງ

2022-03-25 15:48:59 CRI


ໃນໄລຍະເບື້ອງຕົ້ນທີ່ຫາກໍສະຖາປະນາສປຈີນ, ອັດຕາປົກຫຸ້ມປ່າໄມ້ຂອງຈີນມີພຽງແຕ່ 8,6% ເທົ່ານັ້ນ, ເນື້ອທີ່ປ່າໄມ້ແມ່ນ 80 ລ້ານກວ່າເຮັກຕາ. ເມື່ອຜ່ານການຍຶດໝັ້ນການປູກ ແລະຟືື້ນຟູປ່າໄມ້ມາເປັນເວລາ 70 ກວ່າປີຢ່າງບໍ່ລົດລະ, ມາຮອດທ້າຍປີ 2020, ອັດຕາປົກຫຸ້ມປ່າໄມ້ຂອງຈີນແມ່ນເພີ່ມຂຶ້ນເປັນ 23,04%, ເນື້ອທີ່ປ່າໄມ້ມີເຖິງ 220 ລ້ານເຮັກຕາ. ໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ5ປີຄັ້ງທີ 14 ແລະ ວິໄສທັດປີ 2035 ໄດ້ສະເໜີອອກມາວ່າ, ອັດຕາປົກຫຸ້ມປ່າໄມ້ໃຫ້ເພີ່ມຂຶ້ນເປັນ 24,1%.



ເພື່ອເພີ່ມທະວີການອະນຸລັກຊັບພະຍາກອນປ່າໄມ້, ຈີນໄດ້ວາງກົດໝາຍວ່າດ້ວຍປ່າໄມ້, ແລະໄດ້ປັບປຸງມາຫຼາຍຄັ້ງແລ້ວ ເພື່ອໃຫ້ຕິດແທດກັບຄວາມເປັນຈິງ.ເຊິ່ງຖືວ່າເປັນກົດໝາຍທີ່ມີຂໍ້ກຳນົດຕ່າງໆຢ່າງເຂັ້ມງວດເພື່ອປົກປ້ອງປ່າໄມ້, ນຳໃຊ້ປ່າໄມ້ໃຫ້ເກີດຜົນປະໂຫຍດ, ແລະໄດ້ຮັບປະສິດທິຜົນຢ່າງພົ້ນເດັ່ນ.



ໃນໄລຍະດຳເນີນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ5ປີຄັ້ງທີ 13, ຈີນໄດ້ສັ່ງໃຫ້ຢຸດຕິການຕັດປ່າທຳມະຊາດເປັນສິນຄ້າໃນຂອບເຂດທົ່ວປະເທດ, ແລະໄດ້ຈັດເອົາປ່າທຳມະຊາດເປັນປ່າສະຫງວນທັງໝົດ.ພ້ອມທັງໄດ້ສ້າງ ຖັນແຖວພູ້ຄຸ້ມຄອງອະນຸລັກປ່າທຳມະຊາດທີ່ມີຈຳນວນປະມານ7ລ້ານຄົນ,ນອກນັ້ນຢູ່ແຫ່ງຕ່າງໆຂອງຈີນຍັງໄດ້ນຳໃຊ້ເຕັກໂນໂລຊີແບບທັນສະໄໝເພື່ອອະນຸລັກຊັບພະຍາກອນປ່າທຳມະຊາດ.


ນອກນີ້, ຈີນຍັງໄດ້ປະດິດສ້າງຮູບການປູກຕົ້ນໄມ້ຕາມພັນທະ 50 ກວ່າຊະນິດ, ຕົວຢ່າງວ່າ, ປູກຕົ້ນໄມ້, ຄຸ້ມຄອງຮັກສາ, ປົກປ້ອງທຳມະຊາດ, ບໍລິຈາກເງິນ ວັດຖຸ ແລະອື່ນໆ, ໄດ້ສ້າງຖານປູກຕົ້ນໄມ້ຕາມພັນທະຫຼາຍລະດັບ ແລະ ຫຼາຍປະເພດ, ສົ່ງເສີມຮູບການ “ອິນເຕີເນັດ + ການປູກຕົ້ນໄມ້ຕາມພັນທະຂອງທົ່ວປວງຊົນ”. ໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນການສ້າງຄວາມສິວິໄລດ້ານນິເວດ ແລະ ປະເທດຈີນທີ່ສວຍງາມ.


ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ແຫ່ງຕ່າງໆຂອງຈີນໄດ້ພະຍາຍາມປະຕິບັດວຽກງານຕາມທັດສະນະທີ່ວ່າ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”, ແລະໄດ້ບັນລຸເປົ້າໝາຍ ສິ່ງແວດລ້ອມນິເວດໄດ້ຮັບການອະນຸລັກໄວ້, ຂະແໜງການປ່າໄມ້ມີປະສິດທິຜົນເພີ່ມຂຶ້ນ, ປະຊາຊົນໄດ້ຮັບຜົນປະໂຫຍດຕົວຈິງ.


ປັດຈຸບັນ, ຍອດມູນຄ່າການຜະລິດຂອງຂະແໜງການປ່າໄມ້ໄດ້ບັນລຸຫຼາຍກວ່າ 8000ຕື້ຢວນ. ເນື້ອທີ່ປ່າເສດຖະກິດ ແລະ ປ່ານຳໃຊ້ແມ່ນກວມຫຼາຍກວ່າ 40ລ້ານເຮັກຕາ, ຜູ້ປະກອບການມີເຖິງ 34 ລ້ານຄົນ. ນັກທ່ອງທ່ຽວທີ່ໄປແຫຼ່ງທ່ອງທ່ຽວທຳມະຊາດມີຫຼາຍກວ່າ 2 ຕື້ເທື່ອຄົນ.