ຈີນສະໜັບສະໜູນອາຊຽນແກ້ໄຂບັນຫາມຽນມ້າຢ່າງເໝາະສົມດ້ວຍວິທີອາຊຽນ

2022-03-26 15:46:41 CRI

ໂດຍແນໃສ່ເລື່ອງທີ່ທູດພິເສດບັນຫາມຽນມາຂອງອາຊຽນຢ້ຽມຢາມມຽນມ້າເປັນຄັ້ງທຳອິດ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນວັນທີ 25 ມີນານີ້ວ່າ: ຈີນສະໜັບສະໜູນອາຊຽນແກ້ໄຂບັນຫາມຽນມາຢ່າງເໝາະສົມດ້ວຍວິທີອາຊຽນ.


ຂ່າວແຈ້ງວ່າ: ທ່ານປຣາ ຊຸກຮົນ ທູດພິເສດບັນຫາມຽນມາຂອງອາຊຽນ ທັງເປັນຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍໄດ້ຢ້ຽມຢາມມຽນມາແຕ່ວັນທີ 21 ຫາວັນທີ 23 ມີນານີ້ ເຊິ່ງເປັນການຢ້ຽມຢາມຄັ້ງທຳອິດຂອງທູດພິເສດອາຊຽນ.


ທ່ານວ່າງເວີນປິນໄດ້ກ່າວໃນເວລາຕອບຄຳຖາມຂອງນັກຂ່າວວ່າ: ການຢ້ຽມຢາມມຽນມາຄັ້ງທຳອິດຂອງທູດພິເສດບັນຫາມຽນມາຂອງອາຊຽນ ແມ່ນບາດກ້າວທຳອິດທີ່ສຳຄັນຂອງທູດພິເສດໃນການດຳເນີນວຽກງານໄກ່ເກ່ຍໂດຍອີງຕາມຄວາມເຫັນທີ່ເປັນເອກະພາບກັນ 5 ຂໍ້ຂອງອາຊຽນ. ມຽນມາແມ່ນສະມາຊິກໃນຄອບຄົວໃຫຍ່ຂອງອາຊຽນ, ຈີນສະໜັບສະໜູນອາຊຽນແກ້ໄຂບັນຫາມຽນມາຢ່າງເໝາະສົມດ້ວຍວິທີອາຊຽນ, ສະໜັບສະໜູນກຳປູເຈຍ ທີ່ເປັນປະເທດປະທານໝູນວຽນຂອງອາຊຽນເສີມຂະຫຍາຍບົດບາດທີ່ຕັ້ງໜ້າ ເພື່ອປະກອບສ່ວນອັນສຳຄັນເຂົ້າໃນການເຮັດໃຫ້ຝ່າຍຕ່າງໆຂອງມຽນມາແກ້ໄຂຄວາມຂັດແຍ້ງກັນໂດຍຜ່ານການສົນທະນາທາງການເມືອງຢ່າງເໝາະສົມ ແລະຟື້ນຟູຄວາມໝັ້ນຄົງແລະການພັດທະນາໂດຍໄວ.