ທ່ານສີຈິ້ນຜິງສົນທະນາກັບທ່ານ ຢູນເຊກຢຸນ ປະທານາທິບໍດີທີ່ໄດ້ຮັບເລືອກຕັ້ງໃໝ່ຂອງສ.ເກົາຫຼີຜ່ານທາງໂທລະສັບ

2022-03-26 17:05:39 CRI

ຕອນບ່າຍວັນທີ 25 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົນທະນາກັບ ທ່ານ ຢູນເຊກຢຸນ ປະທານາທິບໍດີທີ່ໄດ້ຮັບເລືອກຕັ້ງໃໝ່ຂອງສ.ເກົາຫຼີຜ່ານທາງໂທລະສັບ.


ທ່ານສີຈິ້ນຜິງໄດ້ສະແດງຄວາມຊົມເຊີຍອີກເທື່ອໜຶ່ງຕໍ່ທ່ານ ຢູນເຊກຢຸນທີ່ໄດ້ຮັບເລືອກຕັ້ງເປັນ ປະທານາທິບໍດີ ສ.ເກົາຫຼີ.


ທ່ານສີຈິ້ນຜິງຊີ້ອອກວ່າ, ຈີນ ແລະ ສ.ເກົາຫຼີແມ່ນປະເທດບ້ານໃກ້ເຮືອນຄຽງຖາວອນທີ່ຍົກຍ້າຍບໍ່ໄດ້, ກໍແມ່ນຄູ່ຮ່ວມມືທີ່ຕັດແຍກຈາກກັນບໍ່ໄດ້. ຈີນໃຫ້ຄວາມສຳຄັນຕໍ່ການພົວພັນຈີນ-ສ.ເກົາຫຼີຕະຫຼອດມາ. ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍ, ການພົວພັນຈີນ-ສ.ເກົາຫຼີໄດ້ພັດທະນາຢ່າງວ່ອງໄວ ແລະຮອບດ້ານ, ສອງປະເທດໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດ. ຄວາມຈິງໄດ້ຢືນຢັນວ່າ, ການພັດທະນາການພົວພັນຈີນ-ສ.ເກົາຫຼີສອດຄ່ອງກັບຜົນປະໂຫຍດພື້ນຖານຂອງສອງປະເທດ ກໍຄືປະຊາຊົນສອງຊາດ, ໄດ້ຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງພາກພື້ນ. ປີນີ້ແມ່ນຈີນ ແລະ ສ.ເກົາຫຼີສ້າງສາຍພົວພັນທາງການທູດຄົບຮອບ 30 ປີ, ສອງຝ່າຍຄວນຖືເຫດການນີ້ເປັນກາລະໂອກາດ, ຍຶດໝັ້ນການເຄົາລົບເຊິ່ງກັນແລະກັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງ, ເສີມສ້າງມິດຕະພາບລະຫວ່າງປະຊາຊົນ, ຊຸກຍູ້ການພົວພັນຈີນ-ສ.ເກົາຫຼີໃຫ້ຂະຫຍາຍຕົວຢ່າງໝັ້ນທ່ຽງ ແລະ ຍາວນານ.


ທ່ານ ຢູນເຊກຢຸນກ່າວວ່າ, ການໄປມາຫາສູ່ກັນຢ່າງມີໄມຕີຈິດມິດຕະພາບລະຫວ່າງສ.ເກົາຫຼີ ແລະ ຈີນມີປະຫວັດສາດມາດົນນານແລ້ວ, ນັບແຕ່ການສ້າງສາຍພົວພັນທາງການທູດເປັນເວລາ 30 ປີມານີ້, ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງປະເທດໄດ້ຮັບຜົນສຳເລັດຢ່າງໃຫຍ່ຫຼວງ, ແລະໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງຊາດ. ສ.ເກົາຫຼີ ແລະ ຈີນເພີ່ມທະວີການຮ່ວມມືກັນ, ມີຜົນດີຕໍ່ສອງປະເທດບັນລຸເປົ້າໝາຍການພັດທະນາ, ສ້າງຄວາມສຸກໃຫ້ແກ່ປະຊາຊົນຂອງສອງປະເທດ, ທັງຈະປະກອບສ່ວນເຂົ້າໃນພາລະກິດສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນອາຊີຕາເວັນອອກສຽງເໜືອ. ສ.ເກົາຫຼີຍິນດີຮັດແໜ້ນການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ, ຊຸກຍູ້ມິດຕະພາບລະຫວ່າງປະຊາຊົນ, ແລະຊຸກຍູ້ການພົວພັນສ.ເກົາຫຼີ ແລະຈີນຂະຫຍາຍຕົວກ້າວໄປສູ່ລະດັບສູງກວ່າເກົ່າ.