“ເອົາຕ້ອງມີຂອບເຂດ ໃຊ້ກໍຕ້ອງມີຂີດຈຳກັດ” ແຂ່ງຂັນກັນເປັນຜູ້ປົກປ້ອງໜ່ວຍໂລກທີ່ເປັນບ້ານເມືອງຂອງມວນມະນຸດ

2022-03-26 16:57:53 cri



ວັນທີ 26 ມີນາປີ2022 ເປັນວັນປິດໄຟສາກົນ ເຊິ່ງເປັນກິດຈະກຳປິດໄຟເປັນເວລາໜຶ່ງຊົ່ວໂມງ, ເຊິ່ງຄຳຂວັນຂອງກິດຈະກຳປີນີ້ແມ່ນ “ເຄື່ອນໄຫວ! ເພື່ອຮ່ວມກັນສ້າງອະນາຄົດ” ໂດຍຮຽກຮ້ອງໃຫ້ບັນດາປະເທດໃນໂລກບັນລຸການຮ່ວມມືກັນທົ່ວໂລກກ່ຽວກັບການປົກປັກຮັກສາທຳມະຊາດ,ການປ່ຽນແປງຂອງດິນຟ້າອາກາດ ການພັດທະນາແບບຍືນຍົງແລະອື່ນໆກ່ອນປີ2030, ເພື່ອເຮັດໃຫ້ສິ່ງແວດລ້ອມທຳມະຊາດຂະຫຍາຍຕົວໄປສູ່ທິດທາງທີ່ດີ ແລະສົ່ງຜົນປະໂຫຍດໃຫ້ກັບມວນມະນຸດ.

“ຕັ້ງໜ້າຮັບມືກັບການປ່ຽນແປງຂອງດິນຟ້າອາກາດ,ສົ່ງເສີມການຫັນປ່ຽນຮູບການພັດທະນາຕາມທິດສີຂຽວແລະກາກບອນຕ່ຳ” “ອອກແຮງຊຸກຍູ້ການນຳໃຊ້ຖ່ານຫີນຢ່າງເປັນມິດກັບສິ່ງແວດລ້ອມ ແລະ ມີປະສິດທິພາບສູງ” “ພວກເຮົາຕ້ອງສົ່ງເສີມຮູບການດຳລົງຊີວິດແລະການຜະລິດແບບສີຂຽວ, ກາກບອນຕ່ຳ, ລັກສະນະໝູນວຽນແລະຍືນຍົງ” … ນັບແຕ່ກອງປະຊຸມໃຫຍ່ພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ກ່າວເນັ້ນໜັກໃນຫຼາຍກາລະໂອກາດໃຫ້ກ້າວເດີນຕາມເສັ້ນທາງການພັດທະນາທີ່ຖືເອົາສິ່ງແວດລ້ອມນິເວດເປັນບູລິມະສິດແລະພັດທະນາຕາມທິດສີຂຽວ,ກາກບອນຕ່ຳ. ຊຸກຍູ້ການປະຕິບັດຂະບວນການປະຢັດພະລັງງານແລະຫຼຸດການປ່ອຍອາຍພິດເຮືອນແກ້ວທົ່ວປວງຊົນໃຫ້ກ້າວສູ່ລວງເລິກດ້ວຍຄວາມຮັບຜິດຊອບສູງ. ແນວຄວາມຄິດການດຳລົງຊີວິດແບບສີຂຽວໄດ້ເຂົ້າເຖິງຈິດໃຈປະຊາຊົນຢ່າງເລິກເຊິ່ງ ແລະກຳລັງປ່ຽນແປງວິຖີການດຳລົງຊີວິດຂອງປະຊາຊົນຢ່າງບໍ່ຮູ້ສຶກຕົວ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: “ເອົາຕ້ອງມີຂອບເຂດ ໃຊ້ກໍຕ້ອງມີຂີດຈຳກັດ” ເຊິ່ງເປັນສັດຈະທຳແຫ່ງຄວາມສິວິໄລດ້ານນິເວດ. ພວກເຮົາຄວນສົ່ງເສີມວິຖີການດຳລົງຊີວິດແບບປະຢັດ,ເໝາະສົມ, ສີຂຽວແລະກາກບອນຕ່ຳ, ປະຕິເສດການປະພຶດແບບຫຼູຫຼາຟຸມເຟືອຍ, ສ້າງໃຫ້ເປັນແບບແຜນວິທີການດຳລົງຊີວິດທີ່ມີຄວາມສິວິໄລແລະດີຕໍ່ສຸຂະພາບ.

ການປົກປ້ອງໜ່ວຍໂລກບໍ່ແມ່ນເຮັດພຽງແຕ່ຊົ່ວໂມງດຽວເທົ່ານັ້ນ. ທຸກຄົນຈົ່ງພ້ອມກັນພະຍາຍາມຈົນສຸດຄວາມສາມາດເພື່ອປະຢັດພະລັງງານ, ແຂ່ງຂັນກັນເປັນຜູ້ປົກປ້ອງໜ່ວຍໂລກທີ່ເປັນບ້ານເມືອງຂອງມວນມະນຸດ, ເປັນຜູ້ເຜີຍແຜ່ໂຄສະນາແນວຄວາມຄິດການດຳລົງຊີວິດແບບສີຂຽວ,ເປັນຜູ້ປະຕິບັດຕົວຈິງຕາມວິຖີການດຳລົງຊີວິດແບບກາກບອນຕ່ຳ ເພື່ອປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການສ້າງໜ່ວຍໂລກສີຂຽວ.