ຍົນໂດຍສານຂອງບໍລິສັດການບິນສິງກະໂປບິນກັບຄືນລອນດອນຂອງອັງກິດຍ້ອນບັນຫາເຄື່ອງຈັກອາຍພົ່ນ

2022-03-27 17:06:41 cri


 

     ໜັງສືພິມລຽນເຮີຈາວປ້າວຂອງສິງກະໂປລາຍງານວ່າ: ວັນທີ 25 ມີນານີ້, ຍົນໂດຍສານຂອງບໍລິສັດການບິນສິງກະໂປລຳໜຶ່ງທີ່ບິນຈາກນະຄອນຫຼວງລອນດອນຂອງອັງກິດໄປສິງກະໂປໄດ້ບິນກັບຄືນລອນດອນຍ້ອນເຄື່ອງຈັກອາຍພົ່ນສັ່ນຫຼັງຈາກໄດ້ບິນຂຶ້ນສູ່ທ້ອງຟ້າບໍ່ດົນ.

      ຕາມຂ່າວແຈ້ງວ່າ: ຍົນໂດຍສານຖ້ຽວດັ່ງກ່າວໄດ້ບັນທຸກຜູ້ໂດຍສານ 225 ຄົນແລະຈຸບິນ 18 ຄົນ, ຍົນລຳດັ່ງກ່າວໄດ້ລົງຈອດສະໜາມບິນເຮວສໂຣວຂອງລອນດອນຢ່າງປອດໄພໃນວັນທີ 25 ມີນານີ້.