ພູເຂົາໄຟແຫ່ງໜຶ່ງຢູ່ຟີລິບປິນໄດ້ພົ່ນອາຍນ້ຳຮ້ອນ ທາງການໄດ້ຍົກລະດັບການເຕືອນໄພເປັນລະດັບ 3

2022-03-27 17:03:41 cri

      ສະຖາບັນຄົ້ນຄວ້າແຜ່ນດິນໄຫວແລະພູເຂົາໄຟຟີລິບປິນແຈ້ງໃຫ້ຮູ້ໃນວັນທີ 26 ມີນານີ້ວ່າ: ຕອນເຊົ້າມື້ດຽວກັນ, ພູເຂົາໄຟຕາອາຣທີ່ຫ່າງຈາກນະຄອນຫຼວງມານີລາໄປທາງທິດໃຕ້ປະມານ 60 ກິໂລແມັດໄດ້ພົ່ນອາຍນ້ຳຮ້ອນຂະໜາດນ້ອຍ, ທາງການໄດ້ຍົກລະດັບການເຕືອນໄພທີ່ກ່ຽວຂ້ອງໃຫ້ເປັນລະດັບ 3 ແລ້ວ.

      ສະຖາບັນດັ່ງກ່າວໄດ້ລະບຸໃນຖະແຫຼງການສະບັບໜຶ່ງວ່າ: ໃນຕອນເຊົ້າວັນທີ 26 ມີນານີ້, ພູເຂົາໄຟຕາອາຣໄດ້ມີອາຍນ້ຳຮ້ອນພົ່ນອອກສູງປະມານ 1.500 ເມັດເປັນເວລາສັ້ນ,ແລະໄດ້ເກີດແຜ່ນດິນໄຫວນຳອີກ. ລະດັບການເຕືອນໄພພູເຂົາໄຟລະເບີດຢູ່ຟີລິບປິນແບ່ງອອກເປັນ 5 ລະດັບ, ລະດັບ 3 ໝາຍເຖິງພູເຂົາໄຟ “ອາດຈະລະເບີດໃນບໍ່ເທົ່າໃດມື້ຫຼືບໍ່ເທົ່າໃດອາທິດຕໍ່ຂ້າງໜ້າ”. ສະຖາບັນຄົ້ນຄວ້າພູເຂົາໄຟຟີລິບປິນໄດ້ເຕືອນໃຫ້ປະຊາຊົນຢູ່ຫ່າງໄກກັນກັບເຂດພູເຂົາໄຟ,ເຮືອບິນຄວນຫຼີກລ່ຽງບິນຜ່ານເຂດດັ່ງກ່າວ.