ມົງໂກໄນຂອງຈີນເລີ່ມແລ່ນຂະບວນລົດໄຟຂົນສົ່ງສິນຄ້າສາກົນຖ້ຽວທຳອິດດ້ວຍເສັ້ນທາງລົດໄຟລາວ-ຈີນ

2022-03-28 16:31:55 CRI


ເວລາ 16 ໂມງ 49 ນາທີຂອງວັນທີ 27 ມີນານີ້, ຂະບວນລົດໄຟຂົນສົ່ງສິນຄ້າສາກົນ 21053 ດ້ວຍທາງລົດໄຟລາວ-ຈີນ ໄດ້ຄ່ອຍໆແລ່ນລົດເຂົ້າສູ່ເຂດກວດກາສິນຄ້າຢູ່ດ່ານຊາຍແດນບໍ່ຫານ. ເມື່ອຂະບວນລົດໄຟຈອດແລ້ວ, ຕຳຫຼວດທັງຫຼາຍໄດ້ກວດກາລົດ. ເວລາ 17 ໂມງ 18 ນາທີ, ເອກະສານກ່ຽວກັບການກວດກາລົດທີ່ອອກຊາຍແດນໄດ້ແລ່ນຮຽບຮ້ອຍແລ້ວ, ຂະບວນລົດໄຟດັ່ງກ່າວກໍຄ່ອຍໆແລ່ນໄປສູ່ອຸມົງມິດຕະພາບລາວ-ຈີນ.



ລົດໄຟຂະບວນນີ້ແມ່ນຂະບວນທຳອິດທີ່ຂົນສົ່ງສິນຄ້າສາກົນດ້ວຍເສັ້ນທາງລົດໄຟລາວ-ຈີນຈາກມົງໂກໄນ ເຊິ່ງເປັນການບຸກເບີກຊ່ອງທາງການຄ້າສາກົນທີ່ໄວທີ່ສຸດລະຫວ່າງມົງໂກໄນແລະປະເທດອາຊີຕາເວັນອອກສຽງໃຕ້. ຫຼັງຈາກການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນແລ້ວ, ການຂົນສົ່ງສິນຄ້າດ້ວຍເສັ້ນທາງລົດໄຟລາວ-ຈີນລະຫວ່າງມົງໂກໄນກັບລາວ ໄດ້ໃຊ້ເວລາໜ້ອຍລົງເຄິ່ງໜຶ່ງ ເມື່ອທຽບໃສ່ການຂົນສົ່ງດ້ວຍເສັ້ນທາງຫຼວງໃນເມື່ອກ່ອນ. ການຂົນສົ່ງສິນຄ້າດ້ວຍເສັ້ນທາງລົດໄຟຍັງມີທ່າແຮງໃນດ້ານການໃຊ້ຕົ້ນທຶນໜ້ອຍແລະມີປະລິມານການຂົນສົ່ງຫຼາຍ, ມີຜົນດີຕໍ່ ວິສາຫະກິດຂົນສົ່ງສິນຄ້າຫຼຸດຜ່ອນຕົ້ນທຶນການຂົນສົ່ງໃຫ້ໜ້ອຍລົງຕື່ມອີກ, ຍົກສູງປະສິດທິຜົນດ້ານເສດຖະກິດ ແລະຂົນສົ່ງສິນຄ້າທີ່ມີຄຸນນະພາບດີໃຫ້ກັບປະຊາຊົນອາຊີຕາເວັນອອກສຽງໃຕ້. ພ້ອມກັນນັ້ນ, ຍັງຈະຊ່ວຍປະເທດທີ່ຢູ່ລຽບຕາມເສັ້ນທາງລົດໄຟລາວ-ຈີນຊ່ວຍຊູຍູ້ໜູນກັນ, ປຸກລະດົມການຮ່ວມມືກັນໃຫ້ຫຼາຍກວ່າເກົ່າຢ່າງບໍ່ຢຸດຢັ້ງ, ສ້າງຈຸດການເຕີບໂຕໃໝ່ ເພື່ອຊຸກຍູ້ໃຫ້ເສດຖະກິດທັງສອງປະເທດພັດທະນາຮ່ວມກັນ.