ເຮືອບັນທຸກນ້ຳມັນລຳໜຶ່ງຢູ່ແມ່ນ້ຳເຈົ້າພະຍາເກີດເຫດລະເບີດ ພາໃຫ້ມີຜູ້ເສຍຊີວິດ1ຄົນ ແລະບາດເຈັບ4ຄົນ

2022-03-28 10:27:17 cri



  ເວລາ 13:30ຂອງວັນທີ 27 ມີນານີ້,ຕາມເວລາປະເທດໄທ,ເຮືອລຳໜຶ່ງທີ່ ບັນທຸກນ້ຳມັນດິບ3.200.000ລິດທີ່ແລ່ນຕາມແມ່ນ້ຳເຈົ້າພະຍາໄດ້ເກີດເຫດລະ ເບີດໃນເວລາແລ່ນຜ່ານແມ່ນ້ຳຕອນຢູ່ແຂວງສະໝຸດປາການ.ເຮືອບັນທຸກນ້ຳມັນ ລຳນີ້ເປັນຂອງໄທ,ໃນເຮືອລວມມີ 17 ຄົນ,ເຫດລະເບີດໄດ້ພາໃຫ້ມີຜູ້ເຊຍຊີວິດ 1ຄົນ, ແລະບາດເຈັບ4ຄົນ.



  ພາຍຫຼັງເກີດເຫດແລ້ວ,ພາກສ່ວນທີ່ກ່ຽວຂ້ອງໄດ້ສົ່ງເຮືອດັບເພີງໄປຊ່ວຍ ກອບກູ້ໃນທັນທີ,ພະນັກງານການແພດໄດ້ສົ່ງຜູ້ບາດເຈັບໄປໂຮງໝໍແລ້ວ.ປັດຈຸບັນ,ເຮືອທີ່ີເກີດເຫດພວມໄຫຼລອຍໄປສູ່ປາກທະເລອ່າວໄທ,ໄຟໃນເຮືອໄດ້ອ່ອນລົງແລ້ວ,ແຕ່ຍັງບໍ່ຮູ້ສາເຫດທີ່ພາໃຫ້ເກີດການລະເບີດເທື່ອ.