ຟິລິບປິນຈະໃຊ້ມາດຕະການທີ່ເຂັ້ມງວດເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໄຂ້ຫວັດສັດປີກ

2022-03-29 15:03:15 cri

ວັນທີ 29 ມີນານີ້, ກະຊວງກະສິກຳຟິລິບປິນປະກາດວ່າ: ຍ້ອນວ່ານິຄົມລ້ຽງສັດຢູ່ເຂດຈຳນວນໜຶ່ງຂອງເກາະລູຊັນໄດ້ປະກົດມີເຊື້ອພະຍາດໄຂ້ຫວັດສັດປີກ, ກະຊວງກະສິກຳຟິລິບປິນຈິ່ງອອກຄຳສັ່ງໃຫ້ໃຊ້ມາດຕະການທີ່ເຂັ້ມງວດກວ່າເກົ່າ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ.

ກະຊວງກະສິກຳຟິລິບປິນແຈ້ງໃຫ້ຮູ້ວ່າ: ອົງການບໍລິຫານຄວນໃຊ້ການເຄື່ອນໄຫວໃນທັນທີ, ສະກັດກັ້ນບໍ່ໃຫ້ມີຜົນເສຍຫາຍຕໍ່ຂະແໜງການລ້ຽງສັດປີກ ຍ້ອນເຊື້ອພະຍາດແຜ່ລະບາດຕື່ມອີກ. ພ້ອມກັນນັ້ນ, ສຳລັບການຂົນສົ່ງຜະລິດຕະພັນສັດປີກທີ່ມີຊີວິດຢູ່ແລະສັດປີກລ້ຽງ ພ້ອມດ້ວຍຜະລິດຕະພັນສຳຮອງ, ກະຊວງກະສິກຳຟິລິບປິນຈະໃຫ້ການຊີ້ນຳຕໍ່ອົງການປົກຄອງທ້ອງຖິ່ນແລະຂະແໜງການຂົນສົ່ງ. ນອກນີ້, ເຈົ້າຂອງຟາມຕ້ອງປະຕິບັດຕາມຂໍ້ກຳນົດດ້ານການກວດກາ, ບົ່ງມະຕິ ແລະຂົນສົ່ງຢ່າງເຂັ້ມງວດ.

ນັບມາຮອດປັດຈຸບັນ, ອົງການສາທາລະນະສຸກຟິລິບປິນຍັງບໍ່ທັນໄດ້ຮັບການລາຍງານກ່ຽວກັບເຊື້ອພະຍາດໄຂ້ຫວັດສັດປີກລະບາດສູ່ຄົນເທື່ອ.