ປະຊາຊົນບັນດາເຜົ່າຢູ່ເຂດຕິເບດຈີນຈັດກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງການປົດປ່ອຍຂ້າທາດກະສິກຳລ້ານຄົນຄົບຮອບ 63 ປີ

2022-03-29 16:53:56 CRI


ໃນຫຼາຍມື້ມໍ່ໆມານີ້, ປະຊາຊົນບັນດາເຜົ່າຢູ່ເຂດຕິເບດຈີນໄດ້ໃສ່ຊຸດປະຈຳເຜົ່າໃນວັນບຸນ, ຟ້ອນລຳທຳເພງ ຫຼືຈັດການສະແດງສິລະປະຢ່າງຄຶກຄື້ນ ເພື່ອສະເຫຼີມສະຫຼອງການປົດປ່ອຍຂ້າທາດກະສິກຳລ້ານຄົນຂອງເຂດຕິເບດຄົບຮອບ 63 ປີ.



ປີ 1959, ປະຊາຊົນບັນດາເຜົ່າຂອງເຂດຕິເບດຈີນໄດ້ດຳເນີນຂະບວນການປະຕິຮູບປະຊາທິປະໄຕຂອງມະຫາຊົນ, ຂ້າທາດກະສິກຳຈຳນວນລ້ານຄົນໄດ້ຮັບການປົດປ່ອຍ, ຈາກນັ້ນມາເຂົາເຈົ້າໄດ້ກາຍເປັນເຈົ້າຂອງຊາຕາກຳຂອງຕົນ. ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງປະຊາຊົນບັນດາເຜົ່າຈຳນວນ 2,8 ລ້ານກວ່າຄົນຂອງເຂດຕິເບດ, ອົງການນິຕິບັນຍັດເຂດປົກຄອງຕົນເອງຕິເບດຈີນໄດ້ກຳນົດເອົາວັນທີ 28 ມີນາຂອງທຸກໆປີ ເປັນວັນລະນຶກການປົດປ່ອຍຂ້າທາດກະສິກຳລ້ານຄົນຂອງເຂດຕິເບດ.